ໃນ 3 ມື້ທີ່ຢູ່ອິນໂດເນເຊຍ, ຄະນະປະຕິບັດງານໄດ້ເຂົ້າຢ້ຽມຂໍ່ານັບການນໍານະຄອນ Surabaya, ກອງເຮືອ 2 (ທະຫານເຮືອອິນໂດເນເຊຍ), ຖານທັບທະຫານເຮືອ Surabaya; ຢ້ຽມຢາມ, ແຂ່ງຂັນກິລາກັບວິທະຍາຄານທະຫານເຮືອອິນໂດເນເຊຍ; ຢ້ຽມຢາມເຮືອສະເພົາ Bima Suci; ຈັດງານລ້ຽງ...

ໄປສົ່ງຄະນະປະຕິບັດງານ, ທ່ານພັນເອກ Muhammed Taufik ຮອງຜູ້ບັນຊາການຍຸດທະການຖານທັບທະຫານເຮືອ Surabaya, ຊົມເຊີຍຄະນະໄດ້ສິ້ນສຸດການຢ້ຽມຢາມ, ພົບປະແລກປ່ຽນຢ່າງຈົບງາມ ແລະສະແດງຄວາມເຊື່ອໝັ້ນວ່າ ຄະນະໄດ້ມີຄວາມປະທັບໃຈອັນດີງາມຕໍ່ກັບປະເທດ, ຜູ້ຄົນ, ກອງທັບ ແລະທະຫານເຮືອອິນໂດເນເຊຍ. ທ່ານພັນເອກພິເສດ ຫງວຽນດິ່ງຢາງ ຮອງຜູ້ອໍານວຍການວິທະຍາຄານທະຫານເຮືອ, ຫົວໜ້າຄະນະປະຕິບັດງານໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດຂອງທະຫານເຮືອອິນໂດເນເຊຍ; ພ້ອມທັງເນັ້ນໜັກວ່າການຢ້ຽມຢາມ, ພົບປະແລກປ່ຽນໄດ້ປະກອບສ່ວນສໍາຄັນເພື່ອແນໃສ່ເພິ່ມທະວີການພົວພັນມິດຕະພາບ, ການຮ່ວມມື, ເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງສອງຝ່າຍ.

leftcenterrightdel
ລູກເຮືອທະຫານເຮືອອິນໂດເນເຊຍ ມາສົ່ງຄະນະປະຕິບັດງານຢູ່ທ່າກຳປັ່ນ Surabaya. ພາບ: ງອັກຈູງ
leftcenterrightdel
ທ່ານພັນເອກ Muhammed Taufik ຮອງຜູ້ບັນຊາການຍຸດທະການຖານທັບທະຫານເຮືອອໍາລາທ່ານພັນເອກພິເສດ ຫງວຽນດິ່ງຢາງ ແລະຄະນະປະຕິບັດງານ. ພາບ: ງອັກຈູງ

ໂດຍ: ໄຊນີດາ