leftcenterrightdel
ພາບປະກອບຈາກ: nhandan.vn

ພາຍຫຼັງທີ່ຍຸດທະສາດໄດ້ປະກາດໃຊ້, ຄະນະພັກ, ກອງບັນຊາການເຫຼົ່າທັບໄດ້ສຸມໃສ່ຊີ້ນໍາ, ນໍາພາ ແລະຜັນຂະຫຍາຍປະຕິບັດຢ່າງເຂັ້ມງວດ, ເດັດຂາດດ້ວຍບັນດາມາດຕະການທີ່ມີວິທະຍາສາດ, ສອດຄ່ອງ ແລະບັນລຸໝາກຜົນດີຢ່າງຮອບດ້ານ. ພົ້ນເດັ່ນແມ່ນ, ລະບົບຕິດຕໍ່ສື່ສານດ້ານການທະຫານໄດ້ພັດທະນາຢ່າງໝັ້ນແກ່ນທັງຂອບຂະໜາດ, ເຕັກໂນໂລຢີ ແລະວິທີການຕິດຕໍ່. ວຽກງານຈັດຕັ້ງ, ຮັບປະກັນການຕິດຕໍ່ສື່ສານໄດ້ດັດປັບຢ່າງມີໄຫວພິບ, ສອດຄ່ອງກັບບັນດາໜ້າທີ່, ປະເພດສູ້ຮົບ. ບັນດາໂຄງການ, ກິດຈະການສື່ສານ ໄດ້ລົງທຶນກໍ່ສ້າງຢ່າງມີຄຸນນະພາບ, ສອດຄ່ອງກັບໜ້າທີ່ຂອງບັນດາອົງການ, ກົມກອງໃນທົ່ວກອງທັບ. ວຽກງານຮັບປະກັນດ້ານເຕັກນິກ, ວັດຖຸອຸປະກອນ ແລະການຄົ້ນຄວ້າ, ປັບປຸງວັດຖຸອຸປະກອນເຕັກນິກໄດ້ເອົາໃຈໃສ່ເປັນພິເສດ...

ແຕ່ປີ 2021 ມາຮອດປະຈຸບັນ, ໄດ້ຮັບປະກັນກວ່າ 90% ທີ່ນຳເອົາເຄືອຂ່າຍສູນຂໍ້ມູນສຽງມາສູ່ຂັ້ນກອງພັນໃຫຍ່ ແລະທຽບເທົ່າ; ປະຕິບັດໃຫ້ສຳເລັດການຜັນຂະຫຍາຍ VSAT ແລະອຸປະກອນຄົບຊຸດໃຫ້ 100% ກໍາປັ່ນທະຫານໄດ້ມີເງື່ອນໄຂຕິດຕັ້ງ, ກວ່າ 90% ໃຫ້ບັນດາກອງພົນທະຫານບົກ, ກົມກອງເຮັດໜ້າທີ່ A2. ປະກອບຊຸດ Viba ໃຫ້ປ້ອມຣາດາ, ທ່າຮົບປ້ອງກັນອາກາດ, ຂໍ້ມູນເຄື່ອນທີ່; ຮັບປະກັນໃຫ້ຄົບ 100% ເຄື່ອງວິທະຍຸໂທລະເລກສັນຍານໄລຍະສັ້ນໃຫ້ກົມກອງຂັ້ນຍຸດທະວິທີ; ລົງທຶນປ່ຽນແທນລົດໂອໂຕໃຊ້ສະເພາະຂໍ້ມູນໄປສະນີຂອງກອງທັບຫຼາຍສິບຄັນກໍ່ຄືລົດໂທລະພາບເຄື່ອນທີ່ຂັ້ນຍຸດທະສາດ, ບັ້ນຮົບ...

ໂດຍ: ໄຊນີດາ