ທ່ານພັນເອກພິເສດ ເຈິ່ນແມ້ງຈ໊ຽນ, ເລຂາຄະນະພັກ, ຫົວໜ້າການເມືອງທະຫານເຮືອເຂດ 2 ໄດ້ຊາບຊຶມ, ຜັນຂະຫຍາຍໜ້າທີ່ໂດຍກົງ. ເຂົ້າຮ່ວມກອງປະຊຸມມີບັນດາການນຳ, ຜູ້ບັນຊາການບັນດາກົມກອງທີ່ຂຶ້ນກັບ ພ້ອມດ້ວຍພະນັກງານ, ສະມາຊິກພັກໃນທົ່ວທະຫານເຮືອເຂດ 2 ຈຳນວນ 250 ກວ່າຄົນ.

leftcenterrightdel
ທ່ານພັນເອກພິເສດ ເຈິ່ນແມ້ງຈ໊ຽນ, ຫົວໜ້າການເມືອງກອງບັນຊາການທະຫານເຮືອເຂດ 2 ຊາບຊຶມໜ້າທີ່. ພາບ: qdnd.vn

ທີ່ກອງປະຊຸມ, ທ່ານພັນເອກພິເສດ ເຈິ່ນແມ້ງຈ໊ຽນ ໄດ້ຊາບຊຶມໃຫ້ພະນັກງານ, ສະມາຊິກພັກມີຄວາມຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບໝາກຜົນການປະຕິບັດໜ້າທີ່ຂອງເຫຼົ່າທັບເຮືອ, ທະຫານເຮືອເຂດ 2. ໃນ 6 ເດືອນຕົ້ນປີ 2024, ທະຫານເຮືອເຂດ 2 ໄດ້ຊາບຊຶມ, ຜັນຂະຫຍາຍບັນດາຄຳສັ່ງ, ແຜນການກຽມພ້ອມສູ້ຮົບທຸກຂັ້ນຢ່າງເຂັ້ມງວດ. ຊີ້ນຳການກໍາແໜ້ນ, ຄຸ້ມຄອງ ແລະແກ້ໄຂແນວຄິດຂອງທະຫານໄດ້ຢ່າງທັນການ, ການເຄື່ອນໄຫວວຽກງານພັກ, ວຽກງານການເມືອງໃນບັນດາໜ້າທີ່ໄດ້ຮັບການຜັນຂະຫຍາຍຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ມີຫຼາຍເນື້ອໃນບັນລຸໄດ້ໝາກຜົນດີເລີດ.

ໃນໄລຍະຈະມາເຖິງ, ທະຫານເຮືອເຂດ 2 ຈະສືບຕໍ່ຊາບຊຶມ, ຜັນຂະຫຍາຍປະຕິບັດບັນດາຄຳສັ່ງ, ມະຕິຂອງຄະນະພັກທຸກຂັ້ນຢ່າງເຂັ້ມງວດ. ຮັກສາ ແລະຍົກສູງວຽກງານກຽມພ້ອມສູ້ຮົບຕາມວິທີການສູ້ຮົບຢ່າງເຂັ້ມງວດ ແລະ ແທດຈິງ; ກໍາແໜ້ນ, ຄາດຄະເນ, ຕີລາຄາສະຖານະການຢ່າງຖືກຕ້ອງ, ແກ້ໄຂທຸກກໍລະນີຢ່າງທັນການ, ມີປະສິດທິຜົນ ແລະຖືກຕາມນະໂຍບາຍ. ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃນເຂດທະເລທີ່ຢູ່ພາຍໃຕ້ການຄຸ້ມຄອງ; ຍົກສູງຄຸນນະພາບການຝຶກແອບ, ການຈັດຕັ້ງ ແລະການເຂົ້າຮ່ວມການເສັງ, ການແຂ່ງຂັນກິລາທີ່ບັນລຸໝາກຜົນສູງ...

ກອງປະຊຸມໄດ້ປະກອບສ່ວນຍົກສູງຄວາມຮັບຮູ້ໃຫ້ແກ່ພະນັກງານ ແລະສະມາຊິກພັກ, ສ້າງຄວາມເປັນເອກະພາບສູງໃນການຮັບຮູ້ ແລະການເຄື່ອນໄຫວ, ສ້າງເຈດຈຳນົງທີ່ມີຄວາມຕັດສິນໃຈ, ຈິດໃຈສາມັກຄີ, ເປັນເຈົ້າການຜ່ານຜ່າຄວາມຫຍຸ້ງຍາກ, ຕັດສິນໃຈປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ຢ່າງມີໄຊ, ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ ແລະໄຫຼ່ທະວີບຂອງປະເທດຊາດໄວ້ຢ່າງໝັ້ນຄົງ.

ໂດຍ: ຈາງຫງວຽນ