ທ່ານລັດຖະມົນຕີ Gilberto Teodoro ໄດ້ສົ່ງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ  ຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ; ຖືວ່າ ນີ້ແມ່ນການສູນເສຍອັນໃຫຍ່ຫຼວງ ແລະເຊື່ອໝັ້ນວ່າ ຫວຽດນາມ ຈະຜ່ານຜ່າຄວາມທຸກໂສກເສຍດາຍນີ້ໂດຍໄວ ສືບຕໍ່ພັດທະນາປະເທດ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ, ຫວຽດນາມ ແລະຟີລິບປິນ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີຊາຍແດນຕິດຈອດກັນ, ທັງແມ່ນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມອາຊຽນ. ເລື່ອງຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດປີ 2015 ແລະການຢ້ຽມຢາມຫວຽດນາມ ຂອງທ່ານ Ferdinand Romualdez Marcos Jr. ປະທານາທິບໍດີ ຟີລິບປິນ ເດືອນມັງກອນປີ 2024 ແມ່ນຂີດໝາຍສຳຄັນທີ່ສ້າງກໍາລັງໜູນ ແລະກາລະໂອກາດເພື່ອພັດທະນາການພົວພັນມິດຕະພາບລະຫວ່າງສອງປະເທດໃຫ້ນັບມື້ນັບແທດຈິງ ແລະມີປະສິດທິຜົນ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານລັດຖະມົນຕີກະຊວງປ້ອງກັນປະເທດຟີລິບປິນ Gilberto Teodoro. ພາບ: ກ່ຽວຈີງ

ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ແຈ້ງໃຫ້ທ່ານລັດຖະມົນຕີ Gilberto Teodoro ຮັບຊາບກ່ຽວກັບໝາກຜົນການເຈລະຈານະໂຍບາຍປ້ອງກັນຊາດ ຄັ້ງທີ 6, ດ້ວຍບັນດາເນື້ອໃນຊຸກຍູ້ການປຶກສາຫາລື, ການເຈລະຈາຢ່າງມີປະສິດທິຜົນ, ຮັກສາການແລກປ່ຽນຂໍ້ມູນຂ່າວສານ ແລະກໍ່ສ້າງ; ເພີ່ມທະວີການຮ່ວມມືຢູ່ທະເລຄື: ກູ້ຊີບ-ກູ້ໄພ, ຮັບມື້ກັບໄພທຳມະຊາດ, ປ້ອງກັນ ແລະຕ້ານອາດຊະຍາກຳ, ຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນການທະຫານ...

ທ່ານລັດຖະມົນຕີ Gilberto Teodoro ຕີລາຄາສູງໝາກຜົນຂອງການເຈລະຈານະໂຍບາຍປ້ອງກັນຊາດ ຄັ້ງທີ 6 ເຊິ່ງສອງຝ່າຍຫາກໍ່ຈັດຂຶ້ນ, ສະເໜີໃຫ້ສອງຝ່າຍຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນຮ່ວມມືເຊິ່ງຫົວໜ້າຄະນະເຈລະຈານະໂຍບາຍປ້ອງກັນຊາດສອງປະເທດໄດ້ເຫັນດີເປັນເອກະພາບຢ່າງມີປະສິດທິຜົນ, ເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດນັບມື້ນັບພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ, ປະກອບສ່ວນລົງເລິກການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຟີລິບປິນ ກວ່າອີກ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ປາດຖະໜາຢາກສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ການສະໜັບສະໜູນຈາກທ່ານລັດຖະມົນຕີ Gilberto Teodoro ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງລະຫວ່າງ 2 ກະຊວງປ້ອງກັນປະເທດ ຄື: ຄວາມໝັ້ນຄົງ ແລະຄວາມປອດໄພທາງທະເລ; ການຮ່ວມມືລະຫວ່າງບັນດາອົງການສະຖາບັນຄົ້ນຄວ້າ; ພະລາທິການ, ການແພດທະຫານ;... 

ທ່ານພົນໂທ ຮວ່າງຊວນຈ໊ຽນ ຫວັງວ່າ, ການນຳກະຊວງປ້ອງກັນປະເທດຟີລິບປິນ ຈະສະໜັບສະໜູນບັນດາເຫດການໂດຍຫວຽດນາມ ຈັດຕັ້ງ, ພິເສດແມ່ນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະງານວາງສະແດງສາກົນປ້ອງກັນຊາດຫວຽດນາມ ຄັ້ງທີ 2 ໃນເດືອນ ທັນວາ 2024.

ກ່ອນໜ້ານັ້ນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຢາມສຳນັກງານກອງບັນຊາການທະຫານເຮືອ ຟີລິບປິນ.

ໂດຍ: ທະນາພອນ