ຢູ່ທີ່ປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ກໍາແພງເກົ່າ ກວ໋າງຈິ ແລະສຸສານ ນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ທາງເລກ 9, ທ່ານພົນເອກ ຟານວັນຢາງ ພ້ອມກັບບັນດາຜູ້ແທນໄດ້ຖະຫວາຍທູບທຽນ, ດອກໄມ້ອາໄລຫາ,  ສະແດງຄວາມຮູ້ບຸນຄຸນຢ່າງ ເລິກເຊິ່ງຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງນັກຮົບວິລະຊົນທີ່ໄດ້ອຸທິດຊີວິດໄວໜຸ່ມ,  ການເສຍສະຫຼະຊີວິດອັນພິລະອາດຫານເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ແລະປະຕິບັດ ໜ້າທີ່ສາກົນ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ. ພາບ: ມີງຕູ໊

ໃນວັນດຽວກັນ, ທ່ານພົນເອກ ຟານວັນຢາງ ແລະຄະນະປະຕິບັດງານໄດ້ມອບງົບປະມານໃຫ້ແຂວງກວ໋າງຈິ ເພື່ອກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ 20 ຫຼັງ (ເຮືອນແຕ່ລະຫຼັງມີມູນຄ່າ 80 ລ້ານດົ່ງ, ລວມຍອດເງິນທັງໝົດແມ່ນ 1,6 ຕື້ດົ່ງ); ມອບຂອງຂວັນ 100 ພູດ (ຂອງຂວັນແຕ່ລະພູດມີມູນຄ່າ 1,5 ລ້ານດົ່ງ) ໃຫ້ແກ່ເປົ້າໝາຍນະໂຍບາຍ, ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຂອງກອງບັນຊາການທະຫານຊາຍແດນ; ມອບຂອງຂວັນໃຫ້ກອງບັນຊາການທະຫານແຂວງ ແລະກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີມອບ-ຮັບງົບປະມານເພື່ອກໍ່ສ້າງເຮືອນແຫ່ງ ສາຍຈິດມິດໃຈ ແລະມອບຂອງຂວັນ. ພາບ: ມີງຕູ໊

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ວິລະຊົນກໍາລັງປະກອບອາວຸດປະຊາຊົນ ເລທິແທັງ, ເກີດປີ 1932, ທະຫານເສຍອົງຄະລະດັບ 4/4 ຢູ່ເຂດຖະໜົນ 1, ຕາແສງ 1, ນະຄອນດົງຮ່າ, ແຂວງກວ໋າງຈິ ທີ່ມີຜົວແມ່ນວິລະຊົນກໍາລັງປະກອບອາວຸດປະຊາຊົນ ຫງວຽນຈີ໊ຟີ, ທະຫານເສຍອົງຄະ ລະດັບ 3/4 (ເສຍຊີວິດແລ້ວ); ຢ້ຽມຢາມ ແລະມອບຂອງຂວັນໃຫ້ວິລະຊົນກໍາລັງປະກອບອາວຸດປະຊາຊົນ ເຈືອງດຶ໊ກຫາຍ, ເກີດປີ 1950, ທະຫານເສຍອົງຄະ ລະດັບ 3/4 ຢູ່ເຂດຖະໜົນ 7, ຕາແສງ 3, ນະຄອນດົງຮ່າ, ແຂວງກວ໋າງຈິ ມີພໍ່ແມ່ນນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈືອງດຶ໊ກແທັ່ງ; ແມ່ຍ່າແມ່ນແມ່ຫວຽດນາມວິລະຊົນ ຮວ່າງທິຢ້ຽວ.

ຕາງໜ້າໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ພັກ, ລັດ ແລະກອງທັບ ຍາມໃດກໍ່ຈົດຈຳ, ຮູ້ບຸນຄຸນ ແລະປະຕິບັດລະບອບ, ນະໂຍບາຍເປັນຢ່າງດີຕໍ່ຜູ້ທີ່ມີຄຸນງາມຄວາມດີ. ພ້ອມທັງຮຽກຮ້ອງໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ສືບຕໍ່ເອົາໃຈໃສ່, ເບິ່ງແຍງດູແລກ່ຽວກັບຊີວິດທາງດ້ານວັດຖຸ ແລະຈິດໃຈຂອງຄອບຄົວເປົ້າໝາຍນະໂຍບາຍ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດໃນບໍລິເວນ.

ໂດຍ: ເຈິ່ນຮວ່ຽນ