ກົມຮັກສາສັນຕິພາບຫວຽດນາມ ດ້ວຍກຳລັງນັບມື້ນັບຍອດຢ້ຽມ, ຢືນຢັນລະດັບຄວາມຮູ້, ກໍາລັງຄວາມສາມາດໃນສະພາບແວດລ້ອມການເຮັດວຽກຂອງສາກົນ, ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກໍາຮັກສາສັນຕິພາບຂອງສະຫະປະຊາຊາດ (ສປຊ). ບັນດາກົມກອງ, ສ່ວນຕົວນາຍທະຫານຍາມໃດກໍ່ປະຕິບັດໜ້າທີ່ຂອງຕົນເປັນຢ່າງດີ, ຢັ້ງຢືນຄວາມຮັບຜິດຊອບຂອງຕົນ, ຍົກສູງຖານະບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງປະເທດຊາດ ແລະກອງທັບປະຊາຊົນຫວຽດນາມ, ເຜີຍແຜ່ຮູບພາບປະເທດຊາດ ແລະປະຊາຊົນຫວຽດນາມ ທີ່ເປັນມິດສະໜິດສະໜົມ, ມີນ້ຳໃຈເມດຕາ, ຮັກຫອມສັນຕິພາບ.

ບັນດາກົມກອງ, ນາຍທະຫານຂອງກອງທັບປະຊາຊົນຫວຽດນາມ ທີ່ຜັນຂະຫຍາຍໄດ້ປະຕິບັດສໍາເລັດໜ້າທີ່ຜູ້ບັນຊາການຄະນະປະຕິບັດງານ ແລະໜ້າທີ່ທີ່ສະຫະປະຊາຊາດມອບໝາຍໃຫ້ເປັນຢ່າງດີ ແລະດີເລີດ. ສ່ວນຕົວນາຍທະຫານຫຼາຍຄົນພາຍຫຼັງສິ້ນສຸດອາຍຸການ, ໄດ້ຮັບການຕີລາຄາວ່າ ປະຕິບັດສໍາເລັດໜ້າທີ່ຢ່າງດີເລີດ ແລະໄດ້ຮັບໃບຍ້ອງຍໍ, ຈົດໝາຍຍ້ອງຍໍຊົມເຊີຍຈາກສະຫະປະຊາຊາດ. ຈຳນວນພະນັກງານໄດ້ປະຕິບັດໜ້າທີ່ຂອງຫວຽດນາມ ສຳເລັດຢູ່ໃນລະດັບສູງ ແລະດີເລີດ. ຕາມການຕີລາຄາຂອງຜູ້ບັນຊາການຄະນະປະຕິບັດງານ ແລະບັນດາອົງການຂອງສະຫະປະຊາຊາດ, ກອງກຳລັງຮັກສາສັນຕິພາບ ສປຊ ຂອງຫວຽດນາມ ໄດ້ມານະພະຍາຍາມຫຼາຍຢ່າງໃນການປະຕິບັດໜ້າທີ່, ສະແດງອອກໃຫ້ເຫັນຄວາມເປັນມືອາຊີບ, ມີຫົວຄິດປະດິດສ້າງ ແລະມີລະບຽບວິໄນສູງ, ໄດ້ສ້າງຄວາມປະທັບໃຈອັນດີງາມຕໍ່ຜູ້ບັນຊາຄະນະປະຕິບັດງານ ກໍ່ຄືເພື່ອນມິດ ແລະເພື່ອນຮ່ວມງານສາກົນ.

leftcenterrightdel
ທ່ານພັນເອກພິເສດ ຟ້າມແມ້ງຖັ໊ງ ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ຮັບໃບຍ້ອງຍໍ ແລະສັນຍາລັກໝູ່ຄະນະກົມຮັກສາສັນຕິພາບຫວຽດນາມ ທີ່ລາຍການກຽດສະຫງ່າຫວຽດນາມ 2024. ພາບ: ລາຢຸຍ

ນອກຈາກການປະຕິບັດໜ້າທີ່ວິຊາສະເພາະແລ້ວ, ໂດຍຜ່ານຫຼາຍໂຄງການ, ການເຄື່ອນໄຫວທີ່ແທດຈິງ, ກໍາລັງຮັກສາສັນຕິພາບ ສປຊ ຂອງຫວຽດນາມ ຍັງໄດ້ຊ່ວຍເຫຼືອປະຊາຊົນຂອງປະເທດປະຈຳຖິ່ນ ຄື ກອງຊ່າງແສງຢູ່ຄະນະປະຕິບັດງານຄວາມໝັ້ນຄົງຊົ່ວຄາວຂອງ ສປຊ ຢູ່ເຂດ Abyei (UNISFA) ຍາມໃດກໍ່ຍົກສູງຈິດໃຈ "ໄດ້ຊ່ວຍເຫຼືອປະຊາຊົນແລ້ວແມ່ນຕ້ອງຊ່ວຍໃຫ້ເຖິງທີ່ສຸດ" ແລະໂຮງໝໍສະໜາມຂັ້ນ 2  ຢູ່ຊູດັງໃຕ້ ຍາມໃດກໍ່ເສີມຂະຫຍາຍຈິດໃຈ "ທ່ານໝໍປຽບເໝືອນດັ່ງແມ່ຜູ້ໃຈດີ".

ທະຫານຫວຽດນາມ “ໄປໃຫ້ປະຊາຊົນຄິດຮອດ, ຢູ່ໃຫ້ປະຊາຊົນຮັກແພງ” ຢູ່ທີ່ຄະນະປະຕິບັດງານ UNISFA, ໄດ້ປ່ຽນແປງໂສມໜ້າເຂດ Abyei ແລະເພີ່ມທະວີອິດທິພົນຊື່ສຽງຂອງກໍາລັງໝວກເບເລສີຟ້າຂອງ ສປຊ ເວົ້າລວມ ແລະຫວຽດນາມ ເວົ້າສະເພາະ. ບັນດານາຍທະຫານຊ່າງແສງຫວຽດນາມ ບໍ່ຫວາດຫວັ່ນຕໍ່ສະພາບດິນຟ້າອາກາດທີ່ຮ້າຍແຮງ, ການຂາດເຂີນອຸປະກອນ ແລະວັດສະດຸ ເພື່ອຊ່ວຍປະຊາຊົນຕ້ານໄພນໍ້າຖ້ວມ, ກໍ່ສ້າງເສັ້ນທາງ, ແນະນຳການເຮັດກະສິກຳ, ຊ່ວຍໂຮງຮຽນກໍ່ສ້າງ, ບູລະນະຫ້ອງຮຽນ ພ້ອມກັບຮາກຖານວັດຖຸອື່ນໆອີກ; ຈັດຕັ້ງການຮຽນ-ການສອນກ່ຽວກັບວຽກງານອາສາສະໝັກ; ເຈາະນ້ຳບາດານໃຫ້ເຂດຊຸມຊົນທ້ອງຖິ່ນ ແລະບັນດາໂຮງຮຽນ; ຈັດຕັ້ງການກວດ, ປິ່ນປົວພະຍາດ, ໃຫ້ຄຳປຶກສາດ້ານສຸຂະພາບ ແລະແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ທ້ອງຖິ່ນ ...

ຕາມທ່ານພັນເອກພິເສດ ຟ້າມແມ້ງຖັ໊ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ແລ້ວ, ປະຊາຊົນຢູ່ເຂດ Abyei ຍາມໃດກໍ່ຮູ້ບຸນຄຸນກອງທັບປະຊາຊົນຫວຽດນາມ ທີ່ໄດ້ຈັດສົ່ງກອງຊ່າງແສງໄປປະຈຳຢູ່ຄະນະປະຕິບັດງານ UNISFA ເພື່ອປະຕິບັດພາລະກໍາຮັກສາສັນຕິພາບຢູ່ເຂດປະສົບກັບຄວາມຫຍຸ້ງຍາກ ແລະໄດ້ຮັບຜົນສະທ້ອນຈາກການປະທະກັນ. ອໍານາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນປາດຖະໜາຢາກໃຫ້ກອງຊ່າງແສງຫວຽດນາມ ປະຕິບັດງານຢູ່ UNISFA ດົນກວ່າ ເພື່ອຊ່ວຍໃຫ້ເຂົາເຈົ້າມີຊີວິດທີ່ດີຂຶ້ນ, ຫຼຸດຜ່ອນຄວາມຫຍຸ້ງຍາກ. ຜູ້ບັນຊາການຄະນະປະຕິບັດງານ UNISFA, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນເຂດ Abyei ໄດ້ຮັບຮູ້ກອງຊ່າງແສງຫວຽດນາມວ່າ ແມ່ນ “ກົມກອງທໍາອິດຂອງສະຫະປະຊາຊາດ ທີ່ເອົາໃຈໃສ່ຢ່າງໃກ້ຊິດຕິດແທດ, ມີຄວາມຮັບຜິດຊອບ ແລະສະໜິດສະໜົມກັບປະຊາຊົນຢູ່ເຂດ Abyei”.

ທ່ານພົນຈັດຕະວາ Benjamin Olufemi Sawyerr, ຮັກສາການຫົວໜ້າຄະນະປະຕິບັດງານທັງເປັນຜູ້ບັນຊາການຄະນະປະຕິບັດງານ UNISFA, ໄດ້ບັນທຶກໃສ່ໃນປຶ້ມປົກຄໍາຂອງກອງຊ່າງແສງຫວຽດນາມ ດ້ວຍການຕີລາຄາສູງຕໍ່ທັດສະນາທີ່ເຂົ້າເຖິງວົງຄະນະຍາດຊາວທ້ອງຖິ່ນຂອງກອງຊ່າງແສງຫວຽດນາມ. ທ່ານເຊື່ອໝັ້ນວ່າ, ກອງຊ່າງແສງຫວຽດນາມ ຈະສືບຕໍ່ປະຕິບັດ, ເຄື່ອນໄຫວຢ່າງມີປະສິດທິຜົນຢູ່ຄະນະປະຕິບັດງານ, ທ່ານສະເໜີໃຫ້ກົມກອງຂອງຫວຽດນາມ ສືບຕໍ່ຮັກສາທ່າທີການເຮັດວຽກທີ່ດີງາມທີ່ສຸດໃນປະຈຸບັນໄວ້,  ເພື່ອໃຫ້ທຸງຊາດຂອງຫວຽດນາມ ແລະທຸງຂອງສະຫະປະຊາຊາດ ຍາມໃດກໍ່ປິວສະບັດຢ່າງສະຫງ່າງາມ.

ບັນດາແພດໝໍໝວກເບເລສີຟ້າຂອງຫວຽດນາມ ຢູ່ຊູດັງໃຕ້ ດ້ວຍລະດັບຄວາມຮູ້, ກຳລັງຄວາມສາມາດດ້ານວິຊາສະເພາະ ໄດ້ຮັບການຕີລາຄາສູງຈາກ ສປຊ, ກາຍເປັນບ່ອນອີງທາງດ້ານຈິດໃຈທີ່ໜ້າເຊື່ອຖືໃຫ້ເພື່ອນຮ່ວມງານສາກົນ ແລະປະຊາຊົນທ້ອງຖິ່ນ. ໂຮງໝໍສະໜາມຂັ້ນ 2 ຂອງຫວຽດນາມ ໄດ້ສ້າງຄວາມປະທັບໃຈອັນດີງາມຫຼາຍຢ່າງດ້ວຍຄວາມສຸດອົກສຸດໃຈ ເພື່ອຄົນເຈັບ, ກຽມພ້ອມໃຫ້ການຊ່ວຍເຫຼືອບັນດາໂຮງໝໍຢູ່ທ້ອງຖິ່ນ ແລະໂຮງໝໍຂັ້ນ 1 ປະຕິບັດສຳເລັດໜ້າທີ່ເບິ່ງແຍງດູແລ, ຮັກສາສຸຂະພາບຂອງປະຊາຊົນຢູ່ໃນບໍລິເວນ. ການເຄື່ອນໄຫວປະສານສົມທົບທະຫານ ແລະປະຊາຊົນ ຄື: ມອບໂຕະຕັ່ງໃຫ້ໂຮງຮຽນ, ປູກຕົ້ນໄມ້, ກວດພະຍາດ, ປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ... ຍັງໄດ້ສ້າງຜົນງານທີ່ດີອີກດ້ວຍ, ປະກອບສ່ວນເຜີຍແຜ່ຈິດໃຈມະນຸດສະທຳຂອງທະຫານຮັກສາສັນຕິພາບຫວຽດນາມ.

ໂດຍປະຕິບັດພັນທະສາກົນ ແລະປະຕິບັດສຳເລັດໜ້າທີ່ຢ່າງດີເລີດ, ບັນດານັກຮົບໝວກເບເລສີຟ້າ ໄດ້ເປັນກຽດ, ມີຄວາມເອກອ້າງທະນົງໃຈທີ່ໄດ້ປະກອບສ່ວນເຮັດໃຫ້ປະເທດຫວຽດນາມມີຊື່ສຽງ, ແຕ່ງເຕີມສີສັນທຸງຊາດຢູ່ເຂດດິນແດນທີ່ປະສົບກັບຄວາມຫຍຸ້ງຍາກ, ອຶດຫິວທຸກຍາກ, ເກີດການປະທະກັນ, ເຊິ່ງເປັນເຂດທີ່ຕ້ອງການການຮ່ວມແຮງຮ່ວມໃຈຈາກສາກົນຫຼາຍທີ່ສຸດ ເພື່ອຮັກສາສັນຕິພາບ ແລະນຳເອົາຊີວິດການເປັນຢູ່ທີ່ດີງາມກວ່າມາໃຫ້ປະຊາຊົນ.

ໂດຍ: ທະນາພອນ