ລາຍການພົບປະແລກປ່ຽນຄັ້ງນີ້ໄດ້ດຳເນີນໄປພາຍໃຕ້ການເປັນປະທານຮ່ວມຂອງທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນໂທ Dong Jun, ລັດຖະມົນຕີກະຊວງປ້ອງກັນປະເທດຈີນ, ໃນນັ້ນ ມີການເຄື່ອນໄຫວທີ່ດໍາເນີນຢູ່ສອງແຂວງລາວກາຍ (ຫວຽດນາມ) ແລະແຂວງຢຸນນານ (ຈີນ) ໃນລະຫວ່າງວັນທີ 11 - 12 ເມສາ 2024. ພິທີຕ້ອນຮັບໄດ້ດຳເນີນໄປຢ່າງສົມກຽດ ໂດຍການເປັນປະທານຂອງທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Dong Jun ທີ່ດ່ານຊາຍແດນສາກົນ ລາວກາຍ. ພາບ: ຈ້ອງຫາຍ
leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Dong Jun ກວດແຖວກຽດຕິຍົດຂອງກອງທັບປະຊາຊົນຫວຽດນາມ. ພາບ: ຈ້ອງຫາຍ

ພາຍຫຼັງພິທີຕ້ອນຮັບ, ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດໄດ້ດຳເນີນພິທີເຄົາລົບຫຼັກໝາຍຊາຍແດນ; ປູກຕົ້ນໄມ້ມິດຕະພາບຢູ່ເຂດຊາຍແດນຫວຽດນາມ - ຈີນ ຢູ່ດ່ານຊາຍແດນສາກົນລາວກາຍ; ທ່ານລັດຖະມົນຕີ ຟານວັນຢາງ ທາສີຫຼັກໝາຍຊາຍແດນອະທິປະໄຕທີ 102 (2) ຢູ່ຝ່າຍຫວຽດນາມ.

leftcenterrightdel
ບັນຍາກາດທີ່ພິທີຕ້ອນຮັບທ່ານລັດຖະມົນຕີ Dong Jun ແລະຄະນະຜູ້ແທນຈີນ. ພາບ: ຈ້ອງຫາຍ

ໃນຂອບເຂດງານພົບປະແລກປ່ຽນ, ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Dong Jun ພ້ອມກັບຄະນະຜູ້ແທນກະຊວງປ້ອງກັນປະເທດ 2 ປະເທດ ຈະເຂົ້າຮ່ວມພິທີຕັດແຖບຜ້າເປີດສະຫຼອງຫໍວັດທະນະທຳມິດຕະພາບຊາຍແດນ ຫວຽດນາມ - ຈີນ; ຢ້ຽມຢາມ ແລະມອບຂອງຂວັນໃຫ້ໂຮງຮຽນປະຖົມ ກິມດົງ (ນະຄອນລາວກາຍ); ຢ້ຽມຢາມຄ້າຍທະຫານຊາຍແດນ ດ່ານຊາຍແດນສາກົນລາວກາຍ... ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສອງປະເທດຫວຽດນາມ ແລະຈີນ ກໍ່ເຂົ້າຮ່ວມພິທີລົງນາມໃນເອກະສານຮ່ວມມືຫຼາຍສະບັບ.

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Dong Jun ເຄົາລົບຫຼັກໝາຍຊາຍແດນຢູ່ດ່ານຊາຍແດນສາກົນ ລາວກາຍ. ພາບ: ຈ້ອງຫາຍ
leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Dong Jun ທີ່ຫຼັກໝາຍຊາຍແດນທີ102 (2) ຢູ່ຝ່າຍ ຫວຽດນາມ. ພາບ: ຈ້ອງຫາຍ

ການຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ - ຈີນ ຄັ້ງທີ 8 ໄດ້ປະກອບສ່ວນເຂົ້າໃນການຫັນຖະແຫຼງການຮ່ວມຫວຽດນາມ - ຈີນ ກ່ຽວກັບການສືບຕໍ່ເຮັດໃຫ້ເລິກເຊິ່ງ ແລະຍົກລະດັບການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດຮອບດ້ານ, ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດໃນການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ໃນເດືອນທັນວາ 2023 ໃຫ້ປະກົດຜົນເປັນຈິງ.

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Dong Jun ປູກຕົ້ນໄມ້ມິດຕະພາບຢູ່ເຂດຊາຍແດນຫວຽດນາມ - ຈີນ ຢູ່ດ່ານຊາຍແດນສາກົນລາວກາຍ. ພາບ: ຈ້ອງຫາຍ

ໂດຍ: ຈາງຫງວຽນ