ໃນທ່າມກາງບັນຍາກາດທີ່ເບີກບານມ່ວນຊື່ນ, ປິຕິຍິນດີຕ້ອນຮັບບຸນປີໃໝ່ລາວ ດ້ວຍຄວາມອົບອຸ່ນ, ມິດຕະພາບ ແລະຄວາມສາມັກຄີ, ການນໍາຂອງສອງກົມກອງ ໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບໝາກຜົນທີ່ບັນລຸໄດ້ໃນການປະຕິບັດໜ້າທີ່ການທະຫານ ແລະການປ້ອງກັນຊາດໃນປີ 2023 ຂອງສອງກົມກອງ ກໍ່ຄືສະພາບການດ້ານເສດຖະກິດ-ສັງຄົມໃນບໍລິເວນດັ່ງກ່າວ. ການນໍາຂອງສອງກົມກອງ ຍັງໄດ້ຕີລາຄາກ່ຽວກັບຜົນຂອງການສົມທົບກັນຈັດຕັ້ງປະຕິບັດວຽກງານການຕ່າງປະເທດດ້ານທະຫານ, ການປ້ອງກັນຊາດຂອງສອງກົມກອງໃນປີ 2023.

leftcenterrightdel
ການນໍາ, ການນຳກອງພົນ 968 (ທະຫານເຂດ 4) ແລະກອງພົນທີ 4 (ກອງທັບປະຊາຊົນລາວ) ລົງນາມໃນບົດບັນທຶກຂໍ້ຕົກລົງວ່າດ້ວຍການປະຕິບັດເນື້ອສົມທົບກັນເຄື່ອນໄຫວໃນປີ 2024. ພາບ: qdnd.vn

ຕາມນັ້ນແລ້ວ, ເຖິງວ່າສະພາບເສດຖະກິດ-ສັງຄົມມີຫຼາຍສິ່ງຄອບງຳກໍ່ຕາມ, ແຕ່ສອງກົມກອງຍັງໄດ້ຈັດຕັ້ງຄະນະຜູ້ແທນໄປຢ້ຽມຢາມ, ສຶກສາຮ່ຳຮຽນ, ອວຍພອນເຊິ່ງກັນ ແລະກັນໃນໂອກາດວັນສໍາຄັນຕ່າງໆ, ບຸນປີໃໝ່, ວັນມູນເຊື້ອ ກໍ່ຄືແລກປ່ຽນບົດຮຽນ, ປະສົບການ ແລະບັນຫາຕ່າງໆທີ່ກ່ຽວຂ້ອງເຖິງວຽກງານຂອງສອງກົມກອງ, ຜ່ານນັ້ນ, ຈຶ່ງໄດ້ປະກອບສ່ວນເຂົ້າໃນການຮັກສາສາຍພົວພັນສາມັກຄີ, ມິດຕະພາບທີ່ຕິດພັນຢ່າງໝັ້ນແກ່ນລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະສອງກົມກອງ.

ທີ່ກອງປະຊຸມ, ສອງກົມກອງຍັງໄດ້ແລກປ່ຽນ ແລະກ້າວໄປເຖິງການເປັນເອກະພາບເຊັນຂໍ້ຕົກລົງວ່າດ້ວຍການຈັດຕັ້ງປະຕິບັດເນື້ອໃນສົມທົບກັນເຄື່ອນໄຫວປີ 2024, ຈຸດສຸມແມ່ນສືບຕໍ່ຮັກສາ ແລະພັດທະນາສາຍພົວພັນການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ ແລະປະສົບການໃນການຈັດຕັ້ງປະຕິບັດໜ້າທີ່ຝຶກແອບ, ກຽມພ້ອມສູ້ຮົບ, ສ້າງເປັນກໍາລັງຫຼວງ ແລະຝຶກຝົນລະບຽບວິໄນ, ເພີ່ມພູນຜະລິດຜົນ ແລະສ້າງກົມກອງໃຫ້ເຂັ້ມແຂງ...

ເນື່ອງໃນໂອກາດນີ້, ຄະນະປະຕິບັດງານກອງພົນ 968 ໄດ້ມອບຂອງຂວັນ ແລະສົ່ງຄໍາອວຍພອນອັນດີງາມມາຍັງພະນັກງານ, ນັກຮົບກອງພົນທີ 4 ເນື່ອງໃນໂອກາດບຸນປີໃໝ່ຂອງລາວ.

ໂດຍ: ຄໍາໄຊ