leftcenterrightdel
ທ່ານພົນໂທ ຮວ່າງຊວນຈຽນ ຕ້ອນຮັບທ່ານພັນໂທ Wang Jun. ພາບ:​ ຮວ່າງຫວູ້.

ທ່ານພົນໂທ ຮວ່າງຊວນຈຽນ ເນັ້ນໜັກວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນຕໍ່ການພົວພັນຄູ່ຮ່ວມມືຮ່ວມມືຍຸດທະສາດຮອບດ້ານກັບຈີນ. ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແມ່ນປະຖົມປັດໄຈຊຸກຍູ້ການພົວພັນດ້ານປ້ອງກັນຊາດສອງຝ່າຍໃຫ້ນັບມື້ນັບເປີດກວ້າງ ແລະເຂົ້າສູ່ລວງເລິກ. ທ່ານພົນໂທ ຮວ່າງຊວນຈຽນ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ຊຸກຍູ້ການພົວພັນດ້ານປ້ອງກັນຊາດສອງຝ່າຍຕາມບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມ, ໃນນັ້ນແມ່ນສຸມໃສ່ແລກປ່ຽນຄະນະຜູ້ແທນຂັ້ນສູງ, ຮັກສາປະສິດທິຜົນບັນດາກົນໄກຄື: ການເຈລະຈາຍຸດທະສາດຂັ້ນຮອງລັດຖະມົນຕີ, ສົມທົບກັນຢ່າງແໜ້ນແຟ້ນເພື່ອກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 8 ໃນໄລຍະຈະມາເຖິງໃຫ້ປະສົບຜົນສໍາເລັດ. ສ່ວນທ່ານພັນໂທ Wang Jun ຢືນຢັນວ່າ, ໃນນາມເປັນຮອງທູດປ້ອງກັນຊາດຈີນ ປະຈໍາ ຫວຽດນາມ ຈະສືບຕໍ່ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຫວຽດນາມ ປະຕິບັດແຜນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ເປັນຢ່າງດີ, ໃນນັ້ນມີການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 8.

ໂດຍ: ຈາງຫງວຽນ