ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມ ADMM ວົງແຄບ
ກປ.ອອນໄລ - ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມ ADMM ວົງແຄບ ຢູ່ແຂວງຫຼວງພະບາງ ເພື່ອແນໃສ່ ສືບຕໍ່ຢືນຢັນບົດບາດຂອງຫວຽດນາມ ແມ່ນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບໃນການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດອາຊຽນ...
ໂດຍໄດ້ຮັບຄໍາເຊີນຂອງທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດຫວຽດນາມ, ເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM ວົງແຄບ) ຢູ່ແຂວງຫຼວງພະບາງ, ປະເທດລາວ ແຕ່ວັນທີ 4 – 6 ເດືອນມີນາ.
    |
 |
ທ່ານພົນໂທ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn |
ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມ ADMM ວົງແຄບ ຢູ່ແຂວງຫຼວງພະບາງ ເພື່ອແນໃສ່ ສືບຕໍ່ຢືນຢັນບົດບາດຂອງຫວຽດນາມ ແມ່ນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບໃນການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດອາຊຽນ ພ້ອມກັນນັ້ນ ສະແດງໃຫ້ເຫັນການສະໜັບສະໜູນຂອງຫວຽດນາມ ຕໍ່ປະເທດລາວ ໃນຖານະເປັນປະທານອາຊຽນ 2024.
ໂດຍ: ທະນາພອນ