ທີ່ການເຈລະຈາ, ທ່ານພົນໂທ ຮ່ວາງຊວນຈຽນ ຢືນຢັນວ່າ ການເຈລະຈາຄັ້ງນີ້ມີຄວາມໝາຍພິເສດ, ເມື່ອສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ແລະວັດທະນາຖາວອນຢູ່ອາຊີ ແລະໃນໂລກ” ເນື່ອງໃນໂອກາດການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການຂອງທ່ານປະທານປະເທດຫວຽດນາມ ເມື່ອເດືອນພະຈິກ 2023. ບົນພື້ນຖານອັນດີງາມນັ້ນ, ການພົວພັນລະຫວ່າງ ຫວຽດນາມ-ຍີ່ປຸ່ນ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ເປີດກາລະໂອກາດຮ່ວມມືໃນຫຼາຍຂົງເຂດລະຫວ່າງກະຊວງປ້ອງກັນປະເທດ ສອງປະເທດ.

leftcenterrightdel
ບັນຍາກາດທີ່ການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ຍີ່ປຸ່ນ ຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຄັ້ງທີ 10. ພາບ: ຫງວຽນຮົ່ງ.

ກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນໂທ ຮວ່າງຊວນຈຽນ ສະເໜີ ສອງຝ່າຍສືບຕໍ່ມານະພະຍາຍາມຊຸກຍູ້ການຮ່ວມມື, ສຸມໃສ່ເຂົ້າໃນບັນດາຂົງເຂດຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮ່ວມມືດ້ານການສຶກສາ - ກໍ່ສ້າງ, ອຸດສາຫະກໍາປ້ອງກັນຊາດ, ເສນາຮັກ, ກູ້ຊີບ-ກູ້ໄພ; ທະຫານເຮືອ; ຄວາມໝັ້ນຄົງເຄືອຂ່າຍອິນເຕີເນັດ; ຮັກສາສັນຕິພາບສະຫະປະຊາຊາດ; ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ຍົກສູງກໍາລັງຄວາມສາມາດປະຕິບັດກົດໝາຍຢູ່ທະເລ; ສືບຕໍ່ຜັນຂະຫຍາຍບັນດາໂຄງການໜູນຊ່ວຍຍົກສູງກຳລັງຄວາມສາມາດໃນບັນດາຂົງເຂດທີ່ສອງປະເທດມີທ່າແຮງ, ເພີ່ມທະວີການປຶກສາສົມທົບກັນໃນບັນດາກົນໄກຫຼາຍຝ່າຍທີ່ພ້ອມກັນເຂົ້າຮ່ວມ, ພິເສດແມ່ນ ADMM+.

ສ່ວນທ່ານຮອງລັດຖະມົນຕີ Serizawa Kiyoshi ຢືນຢັນຄວາມສຳຄັນຂອງການພົວພັນ ຫວຽດນາມ-ຍີ່ປຸ່ນ ກໍ່ຄືການພົວພັນຮ່ວມມືດ້ານປ້ອງກັນຊາດສອງປະເທດ; ເຊື່ອໝັ້ນວ່າ ການເຈລະຈາຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນໃນໄລຍະຈະມາເຖິງລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.

ທ່ານຮອງລັດຖະມົນຕີ Serizawa Kiyoshi ຫວັງວ່າ ການຮ່ວມມືດ້ານປ້ອງກັນປະເທດລະຫວ່າງສອງປະເທດຈະພັດທະນາກວ່າອີກໃນໄລຍະຈະມາເຖິງດ້ວຍການເປີດກວ້າງບັນດາຂົງເຂດຮ່ວມມືໃໝ່ເຊິ່ງ 2 ຝ່າຍມີທ່າແຮງ ແລະຄວາມຕ້ອງການ.

ທີ່ການເຈລະຈາ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບສະພາບການໃນໂລກ, ພາກພື້ນ ແລະບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານພົນໂທ ຮວ່າງຊວນຈຽນ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືນະໂຍບາຍການຕ່າງປະເທດເປັນເອກະລາດ,  ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຫັນເປັນຫຼາຍຝ່າຍ, ຫັນການພົວພັນ ແລະນະໂຍບາຍປ້ອງກັນຊາດ “ສີ່ບໍ່” ເປັນຫຼາຍຮູບຫຼາຍແບບ, ຍາມໃດກໍ່ປາດຖະໜາຢາກໃຫ້ບັນດາປະເທດແກ້ໄຂບັນຫາຜ່ານການເຈລະຈາ, ໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍ ແລະຄຳໝັ້ນສັນຍາສາກົນ; ພ້ອມກັນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມືພັດທະນາ.

ສິ້ນສຸດການເຈລະຈາ, ຫົວໜ້າຄະນະຜູ້ແທນສອງປະເທດໄດ້ລົງນາມໃນບົດບັນທຶກການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 10 ປີ 2024.

ໂດຍ: ຈາງຫງວຽນ