ທ່ານພັນເອກ ຫງວຽນຕ໊ຽນຢຸງ, ຫົວໜ້າຄ້າຍທະຫານຊາຍແດນດ່ານຊາຍແດນແທງທຸຍ ໃຫ້ຮູ້ວ່າ: ກົມກອງພວມປະຕິບັດບັນດາສົນທິສັນຍາສາກົນກ່ຽວກັບຊາຍແດນ, ຜືນແຜ່ນດິນ, ຄື: ອະນຸສັນຍາກ່ຽວກັບເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດລະຫວ່າງຫວຽດນາມ ແລະລາວ; ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກລະຫວ່າງລັດຖະບານຫວຽດນາມ ແລະລາວ (ເອກະສານນິຕິກຳກ່ຽວກັບຊາຍແດນຫວຽດນາມ - ລາວ 2 ສະບັບ) ຄະນະບັນຊາການດ່ານຊາຍແດນແທງທຸຍ ສຸມໃສ່ຊີ້ນຳ, ນຳພາກົມກອງຍູ້ແຮງວຽກງານຮ່ຳຮຽນ, ສຶກສາ, ຊາບຊຶມເອກະສານນິຕິກຳ 2 ສະບັບກ່ຽວກັບຊາຍແດນຫວຽດນາມ - ລາວ ໃຫ້ພະນັກງານ, ນັກຮົບໃນກົມກອງ; ສົມທົບກັບພະແນກຍຸຕິທຳເມືອງແທງເຈືອງ ເປັນເສນາທິການໃຫ້ອຳນາດການປົກຄອງທ້ອງຖິ່ນໂຄສະນາເຜີຍແຜ່ກົດໝາຍໃຫ້ພະນັກງານ ແລະປະຊາຊົນຢູ່ບໍລິເວນ, ໂດຍສະເພາະແມ່ນໂຄສະນາເຜີຍແຜ່ໃຫ້ປະຊາຊົນຢູ່ບັນດາຕາແສງຊາຍແດນ. ພ້ອມທັງ, ໄດ້ສົມທົບກັບກອງຮ້ອຍປ້ອງກັນຊາຍແດນ 252, ປ້ອມຕຳຫຼວດນ້ຳອ່ອນ ໄດ້ຈັດຕັ້ງການໂຄສະນາເຜີຍແຜ່ໂດຍກົງໄປໃຫ້ຜູ້ເຂົ້າ-ອອກເມືອງຜ່ານດ່ານຊາຍແດນ; ໂຄສະນາຜ່ານການພົບປະແລກປ່ຽນມິດຕະພາບລະຫວ່າງບັນດາທ້ອງຖິ່ນຂອງສອງຟາກຊາຍແດນ.

leftcenterrightdel
ສອງກໍາລັງປ້ອງກັນຊາຍແດນຫວຽດນາມ ແລະລາວ ລາດຕະເວນປ້ອງກັນຊາຍແດນ. ພາບ: ເລແທກ

ແຕ່ລະປີ, ກົມກອງໄດ້ເປັນເສນາທິການໃຫ້ກອງບັນຊາການທະຫານຊາຍແດນແຂວງເງະອານ, ຄະນະພັກເມືອງ ແລະຄະນະກໍາມະການປະຊາຊົນເມືອງແທງເຈືອງ ປະກາດໃຊ້ບັນດາເອກະສານຊີ້ນຳ ນຳພາການປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ ແລະຈັດຕັ້ງການປະຕິບັດບັນດາເນື້ອໃນຂອງສັນຍາ, ດຳລັດ. ຄ້າຍທະຫານຊາຍແດນດ່ານຊາຍແດນແທງທຸຍ ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກໍາລັງປ້ອງກັນຊາຍແດນຂອງລາວ, ຮັກສາວຽກງານແລກປ່ຽນຂໍ້ມູນຂ່າວສານ, ສະພາບການທີ່ກ່ຽວຂ້ອງເຖິງໜ້າທີ່ຮັກສາຊາຍແດນແຫ່ງຊາດເປັນປະຈໍາ. ແຕ່ເດືອນກັນຍາ 2017 ມາຮອດປະຈຸບັນ, ກົມກອງໄດ້ສົມທົບກັບຄະນະພັກ, ອຳນາດການປົກຄອງ ແລະອົງການຈັດຕັ້ງມະຫາຊົນທ້ອງຖິ່ນໄດ້ຈັດຕັ້ງການໂຄສະນາ 76 ຄັ້ງ/ດ້ວຍຜູ້ຟັງ 36.360 ຄົນ; ໂຄສະນາຜ່ານໂທລະໂຄງ 967 ຊົ່ວໂມງ; ພິມປ້າຍໂຄສະນາ 36 ປ້າຍ; ແຈກໃບປິວ 1.367 ໃບ; ຈັດຕັ້ງການລາດຕະເວນ ແລະຄວບຄຸມ 243 ຄັ້ງ/2.503 ເທື່ອຄົນ; ໃນນັ້ນ, ລາດຕະເວນແບບຝ່າຍດຽວເພື່ອກວດກາເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນແຫ່ງຊາດ 167 ຄັ້ງ/1.766 ເທື່ອຄົນ; ລາດຕະເວນສອງຝ່າຍ 76 ຄັ້ງ/737 ເທື່ອຄົນ.

ດ້ວຍພາລະບົດບາດ, ໜ້າທີ່ທີ່ໄດ້ຮັບມອບໝາຍ, ຄ້າຍທະຫານຊາຍແດນດ່ານຊາຍແດນແທງທຸຍ ໄດ້ແຈ້ງໃຫ້ກອງຮ້ອຍປ້ອງກັນຊາຍແດນບັນທຶກສະພາບບໍລິເວນຫຼັກໝາຍ 460, ລາຍງານ ແລະເປັນເສນາທິການໃຫ້ກອງບັນຊາການທະຫານຊາຍແດນແຂວງເງະອານ ກ່ຽວກັບການສະເໜີສ້ອມແປງຄວາມເປເພຢູ່ຫຼັກໝາຍ 460 ໃນທັນທີ; ລົງນາມໃນຂໍ້ຕົກລົງກ່ຽວກັບການອອກໃບອະນຸຍາດໃຫ້ປະຊາຊົນຢູ່ເຂດຊາຍແດນຂໍ້ຕົກລົງວ່າດ້ວຍການສ້າງເງື່ອນໄຂສະດວກໃຫ້ພາຫະນະລົດຍົນຜ່ານດ່ານທ້ອງຖີ່ນ...

ພ້ອມກັນນັ້ນ, ກົມກອງກໍ່ຕັ້ງໜ້າໂຄສະນາ, ແລກປ່ຽນ, ປະສານສົມທົບກັນເພື່ອກຳແໜ້ນສະພາບການຢູ່ຊາຍແດນ; ເອົາໃຈໃສ່ໜູນຊ່ວຍວັດຖຸອຸປະກອນຮັບໃຊ້ຊີວິດການເປັນຢູ່ ແລະພາຫະນະອຸປະກອນຮັບໃຊ້ວຽກງານປ້ອງກັນຊາຍແດນຂອງລາວ. ພິເສດ, ໃນໄລຍະພະຍາດໂຄວິດ-19 ແຜ່ລະບາດຢ່າງສັບສົນນັ້ນ, ກົມກອງໄດ້ໜູນຊ່ວຍກອງຮ້ອຍປ້ອງກັນຊາຍແດນ 252, ປ້ອມຕຳຫຼວດນ້ຳອ່ອນ ວັດຖຸທີ່ມີມູນຄ່າເກືອບ 76 ລ້ານດົ່ງ; ເປັນເສນາທິການໃຫ້ຄະນະກຳມະການປະຊາຊົນເມືອງແທງທຸຍ, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ມອບວັດຖຸອຸປະກອນ, ຄ່າໃຊ້ຈ່າຍຮັບໃຊ້ການປ້ອງກັນ, ສະກັດກັ້ນ ການລະບາດຂອງພະຍາດໃຫ້ກຳລັງປະກອບອາວຸດ ແລະປະຊາຊົນເມືອງໄຊຈຳພອນ ດ້ວຍມູນຄ່າ 200 ລ້ານດົ່ງ.

ເພື່ອສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ, ຄ້າຍທະຫານຊາຍແດນ, ດ່ານຊາຍແດນແທງທຸຍ ໄດ້ເປັນເສນາທິການໃຫ້ອຳນາດການປົກຄອງທ້ອງຖິ່ນຜັນຂະຫຍາຍຂະບວນການແຮກສ່ຽວ (ບ້ານ - ບ້ານ) ຢູ່ສອງຟາກຊາຍແດນ; ລາຍການແຮກສ່ຽວລະຫວ່າງຄ້າຍທະຫານຊາຍແດນດ່ານຊາຍແດນແທງທຸຍ ກັບກອງຮ້ອຍປ້ອງກັນຊາຍແດນ 252; ສ້າງຕັ້ງ ແລະຮັກສາການເຄື່ອນໄຫວຂອງສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ເມືອງ ແທງເຈືອງ; ຈັດຕັ້ງຄະນະຜູ້ແທນໄປຢ້ຽມຢາມ ແລະເຮັດວຽກກັບເພື່ອນລາວ: ຂັ້ນເມືອງມີ 6 ຄະນະ/67 ເທື່ອຄົນ, ຢູ່ຂັ້ນຄ້າຍທະຫາຍຊາຍແດນ ມີ 5 ຄະນະ/26 ຄົນ; ຈັດຕັ້ງຕ້ອນຮັບຄະນະຜູ້ແທນຂັ້ນເມືອງ 7 ເມືອງ/140 ຄົນ ແລະຄະນະຜູ້ແທນຂັ້ນຄ້າຍ 12 ຄະນະ/ 120 ເທື່ອຄົນຂອງເພື່ອນມິດລາວ ມາຢ້ຽມຢາມ ແລະເຮັດວຽກ.

ປະຈຸບັນ, ກົມກອງໄດ້ຮັບລ້ຽງນັກຮຽນລາວ 2 ຄົນທີ່ປະສົບກັບຄວາມຫຍຸ້ງຍາກ. ໃນໂອກາດບຸນ, ເຕັດ, ກົມກອງໄດ້ຈັດຕັ້ງການຢ້ຽມຢາມຖາມຂ່າວ, ພົບປະແລກປ່ຽນ, ມອບຂອງຂວັນໃຫ້ອໍານາດການປົກຄອງ, ປະຊາຊົນ ແລະກໍາລັງປົກປັກຮັກສາຊາຍແດນຂອງປະເທດລາວ. ຜ່ານນັ້ນ ປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງອໍານາດການປົກຄອງ ແລະປະຊາຊົນ ແລະກໍາລັງທີ່ກ່ຽວຂ້ອງສອງຟາກຊາຍແດນ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ.

ໂດຍ: ໄຊນີດາ