ຕໍາຫຼວດທະເລ ຫວຽດນາມ - ຈີນ ພົບປະແລກປ່ຽນບົດຮຽນ
ກປ.ອອນໄລ - ວັນທີ 6 ທັນວາ, ຢູ່ກອງພົນນ້ອຍຕຳຫຼວດທະເລ ທີ 3 ຂຶ້ນກັບຕໍາຫຼວດທະເລ ຈີນ, ກໍາລັງຕໍາຫຼວດທະເລສອງປະເທດ ຫວຽດນາມ ແລະຈີນ ໄດ້ຈັດຕັ້ງການພົບປະແລກປ່ຽນບົດຮຽນກ່ຽວກັບຊົນລະປະທານຂັ້ນພື້ນຖານ, ຂໍ້ມູນກ່ຽວກັບສັນຍານສາກົນ ແລະກູ້ຊີບ, ກູ້ໄພ. ນີ້ແມ່ນການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ແລະພົບປະແລກປ່ຽນທີ່ ກວາງໂຈ (ຈີນ) ຂອງກໍາປັ່ນຕໍາຫຼວດທະເລ 8002.
    |
 |
ຕໍາຫຼວດທະເລສອງປະເທດ ປະຕິບັດເນື້ອໃນການພົບປະແລກປ່ຽນຊົນລະປະທານຂັ້ນພື້ນຖານ ແລະຕິດຕໍ່ດ້ວຍສັນຍານສາກົນ. ພາບ: qdnd.vn |
ທ່ານພົນຈັດຕະວາ ເລກວາງດ້າວ, ຜູ້ບັນຊາການຕໍາຫຼວດທະເລຫວຽດນາມ ແລະ ທ່ານພົນຈັດຕະວາ Yu Zhong, ຫົວໜ້າກົມຕໍາຫຼວດທະເລ ຈີນ ໄດ້ກວດກາ ແລະໃຫ້ກໍາລັງໃຈ, ມອບຂອງຂວັນໃຫ້ສະມາຊິກສອງກໍາລັງເຂົ້າຮ່ວມການພົບປະແລກປ່ຽນ.
    |
 |
ທ່ານພົນຈັດຕະວາ ເລກວາງກດ້າວ ແລະທ່ານພົນຈັດຕະວາ Yu Zhong ລະດົມກໍາລັງໃຈ, ມອບຂອງຂວັນໃຫ້ສະມາຊິກສອງກໍາລັງ ເຂົ້າຮ່ວມການ ພົບປະແລກປ່ຽນ. ພາບ: qdnd.vn |
ກ່ຽວກັບການພົບປະແລກປ່ຽນຊົນລະປະທານຂັ້ນພື້ນຖານ, ຕໍາຫຼວດທະເລຫວຽດນາມ ແລະຕໍາຫຼວດທະເລ ຈີນ ໄດ້ດໍາເນີນບັນດາເນື້ອໃນ ຄື: ຕໍ່ເຊືອກ, ມັດເຊືອກພື້ນຖານໃນຂົງເຂດເດີນທະເລ, ສໍາລັບເນື້ອໃນຂໍ້ມູນກ່ຽວກັບສັນຍານສາກົນ, ສອງຝ່າຍ ໄດ້ປະຕິບັດວິທີຕິດຕໍ່ດ້ວຍການໂບກທຸງ, ສັນຍານໄຟສາກົນ. ບົນຈິດໃຈຄວາມສາມັກຄີ, ຮຽນຮູ້ເຊິ່ງກັນ ແລະກັນ, ພ້ອມກັນກ້າວໜ້າ, ສອງກໍາລັງໄດ້ປະຕິບັດບັນດາເນື້ອໃນແລກປ່ຽນດ້ານວິຊາການ, ວິຊາສະເພາະເປັນຢ່າງດີ, ບັນລຸຕາມຈຸດປະສົງ, ຄວາມຕ້ອງການທີ່ວາງອອກ.
    |
 |
ກໍາລັງກູ້ຊີບຂອງກໍາປັ່ນຕໍາຫຼວດທະເລ 8002 ແລະກໍາປັ່ນຕໍາຫຼວດທະເລ 3301 ຂອງ ຈີນ ສົມທົບກັນຈັດຕັ້ງການກູ້ຊີບ, ກູ້ໄພເຮືອຫາປາທີ່ເກີດໄຟໄໝ້ ຕາມກໍລະນີສົມມຸດ. ພາບ: qdnd.vn |
ໃນວັນດຽວກັນ, ກໍາລັງຕໍາຫຼວດທະເລສອງປະເທດ ໄດ້ຈັດຕັ້ງການຝຶກແອບກູ້ຊີບ, ກູ້ໄພຮ່ວມກັນດ້ວຍການສ້າງກໍລະນີສົມມຸດຂຶ້ນມາ ນັ້ນແມ່ນເຮືອຫາປາຂອງຊາວປະມົງຈີນ ເກີດໄຟໄໝ້ ໂດຍບັງເອີນ ແລະບໍ່ສາມາດເຄື່ອນທີ່ໄດ້, ໃນເຮືອມີຊາວປະມົງ ໄດ້ຮັບບາດເຈັບ, ກໍາປັ່ນຕໍາຫຼວດທະເລ 3301 ຂອງຈີນ ແລະກໍາປັ່ນຕໍາຫຼວດທະເລ 8002 ຂອງຫວຽດນາມ ໄດ້ສົມທົບກັນຄວບຄຸມແປວໄຟ ທີ່ລຸກໄໝ້ເຮືອຫາປາ ແລະປະຖົມພະຍາບານຜູ້ໄດ້ຮັບບາດເຈັບຢ່າງທັນການ.
ກ່ອນໜ້ານັ້ນ, ວັນທີ 5 ທັນວາ, ພະນັກງານ, ນັກຮົບກໍາປັ່ນຕໍາຫຼວດທະເລ 8002 ແລະຄະນະປະຕິບັດງານຂອງຕໍາຫຼວດທະເລ ຫວຽດນາມ ໄດ້ແຂ່ງຂັນກິລາມິດຕະພາບກັບພະນັກງານ, ນັກຮົບກອງພົນນ້ອຍຕຳຫຼວດທະເລ ທີ 3 ຂຶ້ນກັບ ຕໍາຫຼວດທະເລ ຈີນ. ນອກຈາກນີ້, ສອງຝ່າຍຍັງໄດ້ຈັດຕັ້ງການຢ້ຽມຢາມກໍາປັ່ນຂອງກັນ.
ໂດຍ: ໄຊຊະນະ