leftcenterrightdel
ພົນຈັດຕະວາ ເລກວາງດ້າວ ແລະຄະນະຜູ້ແທນຫວຽດນາມ ທີ່ກອງປະຊຸມ. ພາບ: qdnd.vn

ທີ່ກອງປະຊຸມ, ສອງຝ່າຍໄດ້ຫວນຄືນບັນດາຄວາມຮັບຮູ້ລວມທີ່ສຳຄັນ ເຊິ່ງການນຳຂອງສອງພັກ ແລະສອງລັດ ບັນລຸໄດ້ໃນຊຸມປີທີ່ຜ່ານມາ; ສະຫຼຸບ ແລະຕີລາຄາເນື້ອໃນຮ່ວມມື ເພື່ອແນໃສ່ຫັນການຮ່ວມມືປະຕິບັດກົດໝາຍທາງທະເລເປັນລະອຽດ ຕາມຈິດໃຈຂອງຖະແຫຼງການຮ່ວມກ່ຽວກັບການສືບຕໍ່ຍູ້ແຮງ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ທີ່ໄດ້ວາງອອກໃນການຢ້ຽມຢາມຈີນ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນປີ 2022 ແລະສະພາບການຮ່ວມມື ລະຫວ່າງສອງກໍາລັງໃນປີ 2023 ໃຫ້ເລິກເຊິ່ງກວ່າອີກ; ປຶກສາຫາລືແຜນການຮ່ວມມືປີ 2024.

leftcenterrightdel
ພົນຈັດຕະວາ Yu Zhong ແລະຄະນະຜູ້ແທນຈີນ. ພາບ: qdnd.vn
leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn
leftcenterrightdel
ພົນຈັດຕະວາ ເລກວາງດ້າວ ແລະພົນຈັດຕະວາ Yu Zhong ລົງນາມໃນບົດບັນທຶກຊ່ວຍຈຳກອງປະຊຸມວຽກງານຕໍາຫຼວດທະເລ ຫວຽດນາມ - ຈີນ ຄັ້ງທີ 7. ພາບ: qdnd.vn

ສອງຝ່າຍກໍ່ເຫັນດີເປັນເອກະສັນນໍາກັນວ່າ, ຮອດປີ 2024 ຕ້ອງສືບຕໍ່ຊາບຊຶມບັນດາຄວາມຮັບຮູ້ລວມທີ່ສຳຄັນເຊິ່ງການນຳຂອງສອງພັກ ແລະສອງລັດ ບັນລຸໄດ້, ອີງຕາມຈິດໃຈຂອງບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງກົມຕໍາຫຼວດທະເລຈີນ ແລະກອງບັນຊາການຕໍາຫຼວດທະເລຫວຽດນາມ. ສອງຝ່າຍເຫັນດີເປັນເອກະສັນວ່າ, ອົງການຕິດຕໍ່ສື່ສານຂັ້ນ 2 ລະຫວ່າງກອງບັນຊາການຕໍາຫຼວດທະເລ 1 (ຕໍາຫຼວດທະເລຫວຽດນາມ) ແລະຫ້ອງ Nanhai (ຕໍາຫຼວດທະເລຈີນ) ຈະເລີ່ມດຳເນີນການເຄື່ອນໄຫວທົດລອງ ແລະຮັບຜິດຊອບແຈ້ງຂ່າວກ່ຽວກັບສະພາບເຮືອຫາປາລະເມີດ, ຈັດຕັ້ງການລາດຕະເວນປະສົມ, ແລກປ່ຽນຂໍ້ມູນຂ່າວສານແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢູ່ທະເລໃນໄລຍະຕົ້ນ ແລະປຶກສາຫາລືບັນດາເນື້ອໃນວຽກງານ. ອົງການຕິດຕໍ່ສື່ສານຂັ້ນ 2 ແມ່ນຢູ່ພາຍໃຕ້ການຊີ້ນໍາຂອງອົງການຕິດຕໍ່ສື່ສານຂັ້ນ 1, ແລະຂໍ້ມູນແລກປ່ຽນຕ້ອງລາຍງານຕໍ່ຂັ້ນເທິງ. ສອງຝ່າຍຈະອີງຕາມສະພາບການຕົວຈິງໃນໄລຍະດຳເນີນການທົດລອງ ເພື່ອປັບປຸງກົນໄກຕິດຕໍ່ສື່ສານໃຫ້ສຳເລັດ ແລະຈະຕົກລົງກົງກັບເວລາຕໍ່ກໍານົດ ເວລາໃຫ້ບົດບັນທຶກຊ່ວຍຈຳການຮ່ວມມື. ສິ້ນສຸດກອງປະຊຸມ, ການນຳສອງຝ່າຍໄດ້ລົງນາມໃນບົດບັນທຶກກອງປະຊຸມວຽກງານຕໍາຫຼວດທະເລຫວຽດນາມ - ຈີນ ຄັ້ງທີ 7.

ໂດຍ: ທະນາພອນ