ກຳປັ່ນທະຫານເຮືອຫວຽດນາມ ໄປຢ້ຽມຢາມໄມຕີຈິດມິດຕະພາບຮົງກົງ
ກປ.ອອນໄລ - ຕອນເຊົ້າວັນທີ 24 ພະຈິກ, ກໍາປັ່ນ 016-ກວາງຮູງ ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ໂດຍທ່ານພັນເອກພິເສດ ຫງວຽນວັນເງິນ, ຮອງຫົວໜ້າເສນາທິການທະຫານເຮືອເຂດ 4 ນຳໜ້າ, ໄດ້ເຂົ້າທຽບທ່າກໍາປັ່ນ Ngong Shuen Chau, ເລີ່ມຕົ້ນການຢ້ຽມຢາມໄມຕີຈິດມິດຕະພາບຮົງກົງ (ປະເທດຈີນ) ໃນລະຫວ່າງວັນທີ 24-27 ພະຈິກ.
ທ່ານພົນຈັດຕະວາ Tan Zhiwei ຮອງຜູ້ບັນຊາການກໍາລັງຕັ້ງທັບ ກອງທັບປົດປ່ອຍປະຊາຊົນຈີນ ຢູ່ຮົງກົງ ເປັນປະທານພິທີຕ້ອນຮັບຄະນະຢູ່ທ່າກຳປັ່ນ. ທ່ານ ຟ້າມບິ່ງດ່າມ ຫົວໜ້າກົງສຸນໃຫຍ່ຫວຽດນາມ ປະຈໍາ ຮົງກົງ ເຂົ້າຮ່ວມພິທີຕ້ອນຮັບ.
ກ່າວຄຳເຫັນທີ່ພິທີຕ້ອນຮັບ, ທ່ານພົນຈັດຕະວາ Tan Zhiwei ໄດ້ຊົມເຊີຍຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ທີ່ຫາກໍ່ສຳເລັດການຊ້ອມຮົບ “ສັນຕິພາບມິດຕະພາບ 2023” ຢູ່ Zhanjiang; ຢືນຢັນວ່າ, ຝ່າຍຈີນ ຈະສ້າງທຸກເງື່ອນໄຂເພື່ອໃຫ້ການຢ້ຽມຢາມຂອງຄະນະປະຕິບັດງານປະສົບຜົນສຳເລັດ, ຜ່ານນັ້ນປະກອບສ່ວນປັບປຸງ ແລະເພີ່ມທະວີການພົວພັນອັນດີງາມລະຫວ່າງທະຫານເຮືອສອງປະເທດ ຈີນ ແລະ ຫວຽດນາມ.
    |
 |
ທ່ານ ຟ້າມບິ່ງດ່າມ ຫົວໜ້າກົງສຸນໃຫຍ່ຫວຽດນາມ ປະຈໍາ ຮົງກົງ (ຂວາ) ພ້ອມກັບທ່ານພົນຈັດຕະວາ Tan Zhiwei ແລະ ທ່ານພັນເອກພິເສດ ຫງວຽນວັນເງິນ ທີ່ພິທີຕ້ອນຮັບ. ພາບ: qdnd.vn |
ໃນໄລຍະຢ້ຽມຢາມໄມຕີຈິດມິດຕະພາບຮົງກົງ, ຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ຈະໄປຢ້ຽມຢາມສູນວາງສະແດງຂອງກໍາລັງຕັ້ງທັບ ກອງທັບປົດປ່ອຍປະຊາຊົນຈີນ ຢູ່ຮົງກົງ ແລະເຂົ້າຮ່ວມການເຄື່ອນໄຫວແຂ່ງຂັນກິລາ, ພົບປະແລກປ່ຽນອາຫານການກິນ.
ນີ້ແມ່ນຄັ້ງທຳອິດທີ່ຈີນ ໄດ້ເຊື້ອເຊີນກຳປັ່ນທະຫານເຮືອຕ່າງປະເທດມາຢ້ຽມຢາມຮົງກົງ ນັບແຕ່ເຂດບໍລິຫານພິເສດນີ້ກັບຄືນຈີນ ໃນປີ 1997. ສິ່ງນີ້ສະແດງໃຫ້ເຫັນເຈດຕະນາດີ ແລະການຖືເປັນສໍາຄັນຂອງຈີນ ໃນການພົວພັນກັບບັນດາປະເທດທີ່ສົ່ງກຳປັ່ນເຂົ້າຮ່ວມການຊ້ອມຮົບ, ໃນນັ້ນມີຫວຽດນາມ.
ເນື່ອງໃນໂອກາດນີ້, ທ່ານ ຟ້າມບິ່ງດ່າມ ຫົວໜ້າກົງສຸນໃຫຍ່ຫວຽດນາມ ປະຈໍາ ຮົງກົງ ພ້ອມດ້ວຍພະນັກງານ, ພາລະກອນກົງສູນໃຫຍ່ຫວຽດນາມ ປະຈຳ ຮົງກົງ ໄດ້ໄປຢ້ຽມຢາມກຳປັ່ນ 016-ກວາງຈູງ.
ໂດຍ: ຈາງຫງວຽນ