leftcenterrightdel
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບສະຫາຍພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ມາເຂົ້າຢ້ຽມຂໍ່ານັບ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການເຂົ້າຢ້ຽມຂໍ່ານັບການນຳຂັ້ນສູງຂອງລາວ, ສະຫາຍພົນເອກ ໂຕເລິມ ເນັ້ນໜັກວ່າ ກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແຈ້ງຂ່າວໃຫ້ກັນຮັບຊາບຢ່າງທັນການ, ສົມທົບກັນໃນການຕໍ່ສູ້ຕ້ານອາດຊະຍາກຳປະເພດຕ່າງໆຢ່າງມີປະສິດທິຜົນ, ເດັດດ່ຽວບໍ່ໃຫ້ບັນດາອົງການຈັດຕັ້ງ ຫຼື ບຸກຄົນສວຍໃຊ້ດິນແດນຂອງປະເທດນີ້ເພື່ອທຳລາຍປະເທດອື່ນ.

leftcenterrightdel
ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ຕ້ອນຮັບສະຫາຍພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ສະຫາຍພົນເອກ ໂຕເລິມ ຢືນຢັນວ່າ ກະຊວງຕຳຫຼວດຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ຮ່ວມມືຮອບດ້ານກັບກະຊວງປ້ອງກັນຄວາມສະຫງົບລາວ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະໜ້າທີ່ໃນສະພາບການໃໝ່ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ, ປັບປຸງ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ຫວັງວ່າ ການພົວພັນຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ ແລະກະຊວງຕຳຫຼວດຫວຽດນາມ ຈະສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ພັດທະນາ, ນັບມື້ນັບເຂົ້າສູ່ລວງເລິກ, ຮັບໃຊ້ໜ້າທີ່ພັດທະນາເສດຖະກິດ-ສັງຄົມ ແລະການພົວພັນຕ່າງປະເທດຂອງແຕ່ລະປະເທດ ຢ່າງແທດຈິງ.

leftcenterrightdel
ບັນຍາກາດທີ່ການເຈລະຈາຫວ່າງກະຊວງຕຳຫຼວດຫວຽດນາມ ກັບກະຊວງປ້ອງກັນຄວາມສະຫງົບລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ນໍາໂດຍສະຫາຍພົນເອກ ໂຕເລິມ ໄດ້ມີການເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ນຳໂດຍສະຫາຍ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ.

ທີ່ການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບໂດຍຖືວ່າ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ ແຕ່ຕົ້ນປີ 2023 ມາຮອດປະຈຸບັນ, ສາຍພົວພັນການຮ່ວມມືມິດຕະພາບລະຫວ່າງສອງກະຊວງ ຍັງສືບຕໍ່ໄດ້ຮັບການປັບປຸງ, ຮັກສາ ແລະພັດທະນາໃນທຸກເນື້ອໃນການຮ່ວມມື. ມາຮອດປະຈຸບັນ, ກະຊວງຕໍາຫຼວດຫວຽດນາມ ໄດ້ກໍ່ສ້າງຄ້າຍຂອງກໍາລັງປ້ອງກັນຄວາມສະຫງົບບ້ານຕ່າງໆຂອງລາວ  ສຳເລັດໄດ້ 244 ແຫ່ງ ແລະ ມອບໃຫ້ຝ່າຍລາວ 100% ເພື່ອຄຸ້ມຄອງ ແລະ ນຳໃຊ້.

leftcenterrightdel
ສະຫາຍພົນເອກ ໂຕເລິມ  ແລະ ສະຫາຍ ວິໄລ ຫຼ້າຄຳຟອງ  ລົງນາມໃນແຜນການຮ່ວມມືປີ 2024. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບທິດທາງການຮ່ວມມືປີ 2024, ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນການຕໍ່ສູ້ຕ້ານ “ການປະຕິວັດສີ”, “ການຜັນແປໂດຍສັນຕິ”, ການຈະລາຈົນໂຄ່ນລົ້ມ, ຍູ້ແຮງການສົມທົບກັນແລກປ່ຽນ ແລະແບ່ງປັນຂໍ້ມູນຂ່າວສານ; ສອງກະຊວງຄວນສົມທົບກັນຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ບັນດາກິດຈະການເຄື່ອນໄຫວໃນປີທີ່ລາວ ດຳລົງຕຳແໜ່ງເປັນປະທານອາຊຽນ 2024. ສິ້ນສຸດການເຈລະຈາ, ສະຫາຍພົນເອກ ໂຕເລິມ  ແລະ ສະຫາຍ ວິໄລ ຫຼ້າຄຳຟອງ  ໄດ້ລົງນາມໃນແຜນການຮ່ວມມືປີ 2024.

ໂດຍ: ທູຈາງ