ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຊົມເຊີຍທ່ານ Choi Young Sam ທີ່ໄດ້ຮັບແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທ່ານ Choi Young Sam ຈະປະຕິບັດສໍາເລັດໜ້າທີ່ຂອງຕົນ, ມີການປະກອບສ່ວນສໍາຄັນ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ໃນບັນດາຂົງເຂດກວ່າອີກ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານ Choi Young Sam ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ບົນພື້ນຖານການພົວພັນອັນດີງາມລະຫວ່າງສອງປະເທດ, ໃນໄລຍະຜ່ານມາ ສອງຝ່າຍໄດ້ເອົາໃຈໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ບັນລຸໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ; ຕີລາຄາວ່າການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢູ່ ເພື່ອພັດທະນາ, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ ສ.ເກົາຫຼີ ມີທ່າແຮງ ແລະຫວຽດນາມ ພວມມີຄວາມຕ້ອງການ ຄື: ການບໍາລຸງກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ອຸດສາຫະກໍາປ້ອງກັນຊາດ..., ສະແດງຄວາມຫວັງວ່າ ທ່ານ Choi Young Sam ຈະເອົາໃຈໃສ່, ສ້າງເງື່ອນໄຂ ເພື່ອໃຫ້ກະຊວງປ້ອງກັນປະເທດ ສອງປະເທດ ຜັນຂະຫຍາຍບັນດາເນື້ອໃນຮ່ວມມືທີ່ໄດ້ເຫັນດີເປັນເອກະພາບ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນທີ່ລະນຶກໃຫ້ທ່ານເອກອັກຄະລັດຖະທູດ Choi Young Sam. ພາບ: qdnd.vn

ສ່ວນທ່ານ Choi Young Sam ເນັ້ນໜັກວ່າ ການພົວພັນ ສ.ເກົາຫຼີ - ຫວຽດນາມ ພວມພັດທະນາອັນດີງາມ; ສະແດງຄວາມເປັນກຽດທີ່ໄດ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດປະຈຳຫວຽດນາມ ພາຍຫຼັງທີ່ສອງປະເທດໄດ້ຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ຢັ້ງຢືນວ່າໃນຖານະຕໍາແໜ່ງປະຕິບັດງານຂອງຕົນຈະມານະພະຍາຍາມເຮັດຈົນສຸດຄວາມສາມາດ ເພື່ອປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດໃນບັນດາຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ, ທ່ານເອກອັກຄະລັດຖະທູດ Choi Young Sam ແລະບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານ Choi Young Sam ຢັ້ງຢືນວ່າ ການປ້ອງກັນຊາດ ແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືສໍາຄັນລະຫວ່າງ ສ.ເກົາ ຫຼີ ແລະຫວຽດນາມ; ຕີລາຄາສູງຕໍ່ຄວາມໝາຍ ແລະຜົນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ ເມື່ອເດືອນມີນາ ຜ່ານມານີ້ຂອງທ່ານພົນເອກ ຟານວັນຢາງ, ປະກອບສ່ວນຫັນເນື້ອໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ເປັນລະອຽດ; ຢັ້ງຢືນວ່າ ຈະມານະພະຍາຍາມຊຸກຍູ້ບັນດາເນື້ອໃນເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບໃນການຢ້ຽມຢາມ, ໃນນັ້ນມີການແລກປ່ຽນຄະນະຜູ້ແທນ, ການຮ່ວມມືລະຫວ່າງບັນດາເຫຼົ່າທັບ, ເຫຼົ່າຮົບ ແລະອຸດສາຫະກໍາປ້ອງກັນຊາດ...

ໂດຍ: ໄຊຊະນະ