ນີ້ແມ່ນຄັ້ງທໍາອິດທີ່ກະຊວງປ້ອງກັນປະເທດສອງປະເທດ ເຊັນເອກະສານຮ່ວມມືດ້ານປ້ອງກັນຊາດ, ສ້າງພື້ນຖານອັນສໍາຄັນເພື່ອຜັນຂະຫຍາຍບັນດາຂົງເຂດຮ່ວມມືດ້ານປ້ອງກັນລະຫວ່າງສອງປະເທດ, ໂດຍສະເພາະແມ່ນໃນຂົງເຂດແລກປ່ຽນຄະນະຜູ້ແທນ, ບໍາລຸງສ້າງ, ຮັກສາສັນຕິພາບ ສປຊ, ເສນາຮັກ, ການຄ້າດ້ານການທະຫານ ແລະອຸດສາຫະກໍາປ້ອງກັນຊາດ...
    |
 |
ພົນໂທ ຮວ່າງຊວນຈ໊ຽນ ແລະທ່ານ José Mucio Monteiro Filho ລັດຖະມົນຕີກະຊວງປ້ອງກັນປະເທດ ບຣາຊິນ ເຊັນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ບຣາຊິນ. ພາບ: qdnd.vn |
ຕອນບ່າຍວັນດຽວກັນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ພົບປະກັບທ່ານພົນໂທ Renato Rodrigues de Aguilar Freire ຫົວໜ້າກົມໃຫຍ່ເສນາທິການ ທະຫານປະສົມບັນດາກໍາລັງປະກອບອາວຸດ ບຣາຊິນ.
ທີ່ການພົບປະ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມໝາຍຂອງການພົບປະ, ພ້ອມທັງຕີລາຄາສູງຕໍ່ຄວາມສໍາຄັນຂອງການເຊັນບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ບຣາຊິນ. ນີ້ແມ່ນການເຄື່ອນໄຫວພົບປະຂັ້ນສູງທໍາອິດຂອງການນໍາກະຊວງປ້ອງກັນປະເທດ ແລະກອງທັບສອງປະເທດ ນັບແຕ່ປີ 2003 ເປັນຕົ້ນມາ, ພາຍຫຼັງການຢ້ຽມຢາມ ບຣາຊິນ ຢ່າງເປັນທາງການຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.
ໂອກາດນີ້, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ແລກປ່ຽນກ່ຽວກັບນະໂຍບາຍການຕ່າງປະເທດ ແລະການປ້ອງກັນຊາດຂອງຫວຽດນາມ; ໂດຍເນັ້ນໜັກເຖິງແນວທາງການຕ່າງປະເທດເອກະລາດ, ເປັນເຈົ້ນຕົນເອງ, ສັນຕິພາບ, ມິດຕະພາບ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ ແລະຫຼັກການ “4 ບໍ່” ຂອງຫວຽດນາມ; ເດັດດ່ຽວ, ຢຶດໝັ້ນແກ້ໄຂທຸກບັນຫາ ທີ່ບໍ່ລົງລອຍກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.
    |
 |
ພົນໂທ ຮວ່າງຊວນຈ໊ຽນ ພົບປະກັບພົນໂທ Renato Rodrigues de Aguilar Freire ຫົວໜ້າກົມໃຫຍ່ເສນາທິການ ທະຫານປະສົມບັນດາກໍາລັງປະກອບອາວຸດ ບຣາຊິນ. ພາບ: qdnd.vn |
ກ່ຽວກັບທິດທາງຮ່ວມມືໃນຕໍ່ໜ້າ, ສອງຝ່າຍໄດ້ເຫັນດີເປັນເອກະພາບມອບໃຫ້ອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດສອງປະເທດສ້າງແຜນການຜັນຂະຫຍາຍ, ຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ ເພື່ອແນໃສ່ຫັນການເນື້ອໃນຮ່ວມມືທີ່ໄດ້ກໍານົດໃຫ້ປະກົດຜົນເປັນຈິງ, ໃນນັ້ນໃຫ້ບຸລິມະສິດຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບໍາລຸງສ້າງ, ຮັກສາສັນຕິພາບ ສປຊ, ອຸດສາຫະກໍາປ້ອງກັນຊາດ; ພ້ອມທັງສືບຕໍ່ຄົ້ນຄວ້າສ້າງກົນໄກເຈລະຈາ-ທາບທາມ, ກໍຄື ເຊັນບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ.
ສິິ້ນສຸດການພົບປະ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ເຊື້ອເຊີນການນໍາກະຊວງປ້ອງກັນປະເທດ ແລະກອງທັບ ບຣາຊິນ ພ້ອມກັບວິສາຫະກິດປ້ອງກັນຊາດ ບຣາຊິນ ໄປເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນ ຢູ່ຫວຽດນາມ ໃນປີ 2024.
ໂດຍ: ໄຊຊະນະ