ສະຫາຍ ພົນເອກ ເລືອງເກື່ອງ ກໍາມະການກົມການເມືອງ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ແລະສະຫາຍ ພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ເປັນປະທານຮ່ວມພິທີ.

leftcenterrightdel
ລາຍການສະແດງສິລະປະທີ່ພິທີ. ພາບ: ຕວນຮຸຍ.

ທີ່ພິທີ, ຜູ້ຕາງໜ້າກະຊວງປ້ອງກັນປະເທດລາວ ໄດ້ປະກາດຂໍ້ຕົກລົງຂອງລັດລາວ ວ່າດ້ວຍການປະດັບຫຼຽນໄຊແຮງງານ ພ້ອມດ້ວຍຂໍ້ຕົກລົງຂອງກະຊວງປ້ອງກັນປະເທດລາວ ປະດັບຫຼຽນໄຊພິລະອາດຫານ ແລະມອບໃບຍ້ອງຍໍໃຫ້ 19 ໝູ່ຄະນະ ແລະ 49 ບຸກຄົນຂອງກອງທັບປະຊາຊົນຫວຽດນາມ ຍ້ອນມີຜົນງານດີເດັ່ນໃນການຮ່ວມມືກັບກອງທັບປະຊາຊົນລາວ ໃນໄລຍະຜ່ານມາ, ປະກອບສ່ວນຮັດແໜ້ນ, ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ. ພາຍຫຼັງປະກາດຂໍ້ຕົກລົງ, ສະຫາຍພົນໂທ ທອງລອຍ ສີລິວົງ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ແລະສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ໄດ້ປະດັບຫຼຽນໄຊແຮງງານ, ຫຼຽນໄຊພິລະອາດຫານ ແລະມອບໃບຍ້ອງຍໍໃຫ້ແກ່ໝູ່ຄະນະ ແລະສ່ວນບຸກຄົນຂອງກອງທັບປະຊາຊົນຫວຽດນາມ.

leftcenterrightdel
ສະຫາຍ ພົນໂທ ທອງລອຍ ສີລິວົງ ປະດັບຫຼຽນໄຊແຮງງານ ຊັ້ນ 2 ຂອງລັດລາວ ໃຫ້ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ. ພາບ: ຕວນຮຸຍ.

ກ່າວຄຳເຫັນທີ່ພິທີ, ສະຫາຍ ພົນໂທ ທອງລອຍ ສີລິວົງ ຢືນຢັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ ນັບມື້ນັບແໜ້ນແຟ້ນ ແລະເລິກເຊິ່ງກວ່າອີກ; ເນັ້ນໜັກວ່າ ການປະດັບຫຼຽນໄຊແຮງງານ, ຫຼຽນໄຊພິລະອາດຫານ ແລະໃບຍ້ອງຍໍໃນຄັ້ງນີ້ແມ່ນການຮັບຮູ້ເຖິງການອຸທິດຕົນ, ເຖິງຜົນງານອັນໃຫຍ່ຫຼວງຂອງໝູ່ຄະນະ ແລະສ່ວນບຸກຄົນຂອງກອງທັບປະຊາຊົນຫວຽດນາມ ທີ່ໄດ້ປະກອບສ່ວນໃຫ້ແກ່ການປະຕິວັດລາວ, ປະກອບສ່ວນພັດທະນາປະເທດ ກໍ່ຄືກອງທັບປະຊາຊົນລາວ ໃນໄລຍະຜ່ານມາ.

leftcenterrightdel
ຜູ້ແທນທີ່ເຂົ້າຮ່ວມພິທີຖ່າຍຮູບລວມ. ພາບ: ຕວນຮຸຍ.

ສ່ວນທ່ານພົນເອກ ເລືອງເກື່ອງ ເນັ້ນໜັກວ່າ, ພຶດຕິກຳຕົວຈິງໄດ້ພິສູດໃຫ້ເຫັນວ່າ ຊາຕາກຳຂອງສອງປະເທດຫວຽດນາມ ແລະລາວ ຍາມໃດກໍ່ຕິດພັນກັນ; ຄວາມໝັ້ນຄົງ, ການພັດທະນາຂອງປະເທດນີ້ ກໍ່ແມ່ນເງື່ອນໄຂ ແລະເປັນກຳລັງໜູນໃຫ້ແກ່ຄວາມໝັ້ນຄົງ ແລະການພັດທະນາຂອງປະເທດນັ້ນ. ສະຫາຍ ພົນເອກ ເລືອງເກື່ອງ ເຊື່ອໝັ້ນວ່າ ກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ ຍາມໃດກໍ່ຕັດສິນໃຈ ແລະພ້ອມກັນປົກປັກຮັກສາ, ສ້າງສາ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ໂດຍ: ຈາງຫງວຽນ