ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ການາດາ ຍັງມີທ່າແຮງຫຼາຍຢ່າງ ເພື່ອພັດທະນາ
ກປ.ອອນໄລ - ຕອນບ່າຍວັນທີ 20 ກັນຍາ, ທ່ານພົນເອກ Wayne Donald Eyre, ຜູ້ບັນຊາການກຳລັງປ້ອງກັນຊາດການາດາ ໄດ້ໃຫ້ການຕ້ອນຮັບ ແລະພົບປະກັບທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.
ທີ່ການພົບປະ, ທ່ານພົນເອກ Wayne Donald Eyre ຢືນຢັນວ່າ ຖືເປັນສໍາຄັນຖານະທີ່ຕັ້ງຂອງຫວຽດນາມ ໃນນະໂຍບາຍການຕ່າງປະເທດຂອງການາດາ ຢູ່ພາກພື້ນ ແລະໃນຖານະຂອງຕົນ ຈະສືບຕໍ່ສ້າງເງື່ອນໄຂ ເພື່ອຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຈະມາເຖິງ, ໃນນັ້ນ ໃຫ້ບຸລິມະສິດແກ່ການຮ່ວມມືບໍາລຸງສ້າງ ແລະຮັກສາສັນຕິພາບຂອງສະຫະປະຊາຊາດ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນເອກ Wayne Donald Eyre. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ, ໃນນະໂຍບາຍການຕ່າງປະເທດ, ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນຖານະທີ່ຕັ້ງຂອງການາດາ; ຕີລາຄາວ່າ ການຮ່ວມມືດ້ານປ້ອງກັນຊາດໃນໄລຍະຜ່ານມາໄດ້ຮັບສອງຝ່າຍຜັນຂະຫຍາຍຢ່າງແທດຈິງ, ສອດຄ່ອງກັບເອກະສານ, ສັນຍາສະບັບຕ່າງໆ ເຊິ່ງສອງຝ່າຍໄດ້ລົງນາມແລ້ວ.
ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ: ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຍັງມີທ່າແຮງຫຼາຍຢ່າງ ເພື່ອພັດທະນາ; ສະເໜີໃຫ້ການນຳກະຊວງປ້ອງກັນປະເທດ ແລະກຳລັງປ້ອງກັນຊາດການາດາ ສືບຕໍ່ເອົາໃຈໃສ່ ແລະ ສະໜັບສະໜູນການຊຸກຍູ້ຜັນຂະຫບາຍບັນດາຂົງເຂດຮ່ວມມືລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ, ສຸມໃສ່ບັນດາຂົງເຂດ ຄື: ການພົບປະແລກປ່ຽນຄະນະຜູ້ແທນ ແລະການພົບປະຂັ້ນສູງ ແລະກົນໄກປຶກສາຫາລື-ການພົບປະເຈລະຈາ; ໃຫ້ບຸລິມະສິດຊຸກຍູ້ການຮ່ວມມືໃນການຍົກສູງຄວາມສາມາດໃຫ້ກຳລັງປະຕິບັດກົດໝາຍທາງທະເລ, ການບໍາລຸງສ້າງ, ການຮັກສາສັນຕິພາບສະຫະປະຊາຊາດ, ອຸດສາຫະກຳປ້ອງກັນຊາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ເພີ່ມທະວີການຮ່ວມມືກັບ ອາຊຽນ ຜ່ານບັນດາກົນໄກຮ່ວມມືຫຼາຍຝ່າຍ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຂອງພາກພື້ນ ກໍ່ຄືໃນໂລກ.
ໂດຍ: ທະນາພອນ