ວັນທີ 21 ກັນຍາ, ທີ່ສູນຝຶກແອບການທະຫານແຫ່ງຊາດ ເລກ 4 ໄດ້ຈັດພິທີປິດ CEPPP-2023 ພາຍໃຕ້ການເປັນປະທານຂອງທ່ານພົນໂທ ຟຸ່ງສີເຕິ້ນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຊີ້ນໍາ CEPPP-2023.

leftcenterrightdel
ພົນໂທ ຟຸ່ງສີເຕິ້ນ ແລະທ່ານນາງ Masuzawa Tomoko ທີ່ພິທີປິດ. ພາບ: qdnd.vn

ທ່ານພົນໂທ ຟຸ່ງສີເຕິ້ນ ກ່າວຄໍາເຫັນຢັ້ງຢືນການເຂົ້າຮ່ວມຢ່າງຕັ້ງໜ້າ ແລະມີປະສິດທິຜົນຂອງ 18 ຄະນະສາກົນ ທີ່ມາຈາກບັນດາປະເທດໃນຂອບເຂດ ADMM+ ໄດ້ປະກອບສ່ວນໃຫ້ແກ່ຜົນສໍາເລັດຂອງ CEPPP-2023; ຂອບໃຈກະຊວງປ້ອງກັນປະເທດ ຍີ່ປຸ່ນ ທີ່ໄດ້ສົມທົບກັບຫວຽດນາມ ໃນບົດບາດເປັນປະທານຮ່ວມຢ່າງແໜ້ນແຟ້ນ ແລະມີປະສິດທິຜົນ; ເຊື່ອໝັ້ນວ່າ ຜ່ານກົນໄກຮ່ວມມື ADMM+ ເວົ້າລວມ, ເຊິ່ງລະອຽດແມ່ນການເຄື່ອນໄຫວຂອງກຸ່ມຊ່ຽວຊານຮັກສາສັນຕິພາບ, ບັນດາປະເທດ ຈະສືບຕໍ່ຊຸກຍູ້ການຮ່ວມມື ແລະຍົກສູງຄວາມສາມາດເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງບັນດາປະເທດສະມາຊິກ, ປະກອບສ່ວນເຂົ້າໃນພາລະກໍາຮັກສາສັນຕິພາບ ສປຊ ໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ.

leftcenterrightdel
ພົນໂທ ຟຸ່ງສີເຕິ້ນ ເປັນປະທານພິທີປິດ. ພາບ: qdnd.vn

ຕາງໜ້າບັນດາຜູ້ແທນສາກົນ, ທ່ານນາງ Masuzawa Tomoko ຜູ້ອໍານວຍການຮ່ວມມືສາກົນພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ, ກະຊວງປ້ອງກັນປະເທດ, ຫົວໜ້າກຸ່ມຊ່ຽວຊານຮັກສາສັນຕິພາບຍີ່ປຸ່ນ, ປະທານຮ່ວມກຸ່ມຊ່ຽວຊານ ໄລຍະ 4 ຂອບໃຈຕໍ່ການຮັກແຂກຄົນ ແລະການຕ້ອນຮັບຢ່າງຮອບຄອບຖີ່ຖ້ວນຂອງປະເທດເຈົ້າພາບຫວຽດນາມ, ການໜູນຊ່ວຍຂອງກະຊວງປ້ອງກັນປະເທດ, ກົມຮັກສາສັນຕິພາບຫວຽດນາມ ໃນການຈັດຕັ້ງເຫດການ.

ຕາມທ່ານນາງ Tomoko, ໂຄງການບັນລຸໄດ້ເປົ້າໝາຍເພີ່ມທະວີການພົວພັນຄູ່ຮ່ວມມື ແລະຮ່ວມມືລະຫວ່າງບັນດາປະເທດໃນຂົງເຂດຮັກສາສັນຕິພາບ. ທ່ານນາງ Tomoko ເນັ້ນໜັກວ່າ CEPPP-2023 ແມ່ນເຫດການພິເສດ ແລະບໍ່ເຄີຍມີມາກ່ອນ ຍ້ອນມີການເຂົ້າຮ່ວມຂອງ 3 ພາກສ່ວນນັກສັງເກດການທະຫານ-ຊ່າງແສງ-ເສນາຮັກ ທີ່ຮໍ່າຮຽນ ແລະຝຶກແອບຮ່ວມກັນ. ທ່ານນາງ Tomoko ກ່າວຄໍາເຫັນຢັ້ງຢືນວ່າ “CEPPP-2023 ໄດ້ກາຍເປັນມະຫາຄອບຄົວຍ້ອນມີການປະກອບສ່ວນ ແລະຄໍາໝັ້ນສັນຍາຂອງ ບັນດາຝ່າຍເຂົ້າຮ່ວມ, ທີ່ໄດ້ແບ່ງປັນຄວາມນຶກຄິດ, ທັກສະ ແລະບົດຮຽນ. ຈົ່ງຮ່ວມກັນນໍາເອົາຄວາມຮູ້ທີ່ຖອດຖອນມາໄດ້ໄດ້ຢູ່ທີ່ນີ້ກັບເມືອປະເທດຂອງຕົນ. ຈົ່ງຮ່ວມກັນນໍາເອົາບົດຮຽນນີ້ເພື່ອເປັນສໍາພາລະເດີນທາງໃຫ້ແກ່ບັນດາການເຄື່ອນໄຫວຮັກສາສັນຕິພາບຕໍ່ໄປ. ພວກເຮົາ ຈົ່ງພ້ອມກັນສືບຕໍ່ ປະກອບສ່ວນເຂົ້າໃນສັນຕິພາບ ແລະຄວາມໝັ້ນຄົງສາກົນ”.

leftcenterrightdel
 
leftcenterrightdel
 
leftcenterrightdel
ລາຍການສະແດງສິລະປະທີ່ພິທີປິດ. ພາບ: qdnd.vn

ທ່ານນາງ Tomoko ເນັ້ນໜັກວ່າ ສອງປະເທດເຈົ້າພາບ ຍີ່ປຸ່ນ ແລະຫວຽດນາມ ໄດ້ຮ່ວມມືຢ່າງແໜ້ນແຟ້ນໃນຕະຫຼອດ 2 ປີຜ່ານມາ ເພື່ອກະກຽມໃຫ້ແກ່ CEPPP-2023, ແນໃສ່ຮັບປະກັນຜົນປະໂຫຍດໃຫ້ບັນດາປະເທດສະມາຊິກເຂົ້າຮ່ວມ. ດ້ວຍບັນດາໝາກຜົນແທດຈິງໄດ້ປະກອບສ່ວນຍົກສູງຄວາມສາມາດໃຫ້ແກ່ກໍາລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ບັນດາປະເທດສະມາຊິກ ADMM+, CEPPP-2023 ຈັດຕັ້ງຢູ່ຫວຽດນາມ ເປັນຄັ້ງທໍາອິດໄດ້ສະແດງໃຫ້ເຫັນວ່ານີ້ແມ່ນໂຄງການຮ່ວມມືຫຼາຍຝ່າຍທີ່ແທດຈິງເພື່ອໃຫ້ບັນດາປະເທດແລກປ່ຽນບົດຮຽນທີ່ມີປະໂຫຍດໃນການເຄື່ອນໄຫວຝຶກແອບກໍາລັງກ່ອນທີ່ຜັນຂະຫຍາຍ, ກໍຄື ເຫັນໄດ້ສິ່ງທີ່ຕ້ອງເພີ່ມເຕີມໃນການເຄື່ອນໄຫວຝຶກແອບ, ບໍາລຸງສ້າງໃຫ້ກໍາລັງກະກຽມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ. CEPPP-2023 ມີການເຂົ້າຮ່ວມຂອງຊ່ຽວຊານ, ຄູອາຈານມາຈາກບັນດາປະເທດທີ່ມີບົດຮຽນຫຼາຍ ແລະໄດ້ເຂົ້າຮ່ວມການເຄື່ອນໄຫວໃນຂົງເຂດນີ້ໃນໄລຍະຍາວ. ສໍາລັບນັກສໍາມະນາກອນສ່ວນຫຼາຍແມ່ນບໍ່ເຄີຍເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ຊໍ້າບໍ່ໜໍາ ນີ້ແມ່ນຄັ້ງທໍາອິດທີ່ໄດ້ຝຶກແອບວິຊາສະເພາະ, CEPPP-2023 ໄດ້ສ້າງໂອກາດໃຫ້ນັກສໍາມະນາກອນ ໄດ້ເຂົ້າຮ່ວມໂຄງການຝຶກແອບຮອບດ້ານ, ສັງລວມ.

leftcenterrightdel
ພົນໂທ ຟຸ່ງສີເຕິ້ນ ແລະທ່ານນາງ Masuzawa Tomoko ມອບຊໍ່ດອກໄມ້ໃຫ້ນັກສິລະປິນ. ພາບ: qdnd.vn

CEPPP-2023 ໄດ້ຈັດຕັ້ງດ້ວຍຂອບຂະໜາດໃຫຍ່ທັງດ້ານກໍາລັງ ແລະພາຫະນະ, ເຕົ້າໂຮມບັນດາພາກສ່ວນທີ່ມາຈາກ 18 ປະເທດໃນຂອບເຂດ ADMM+ ເຂົ້າຮ່ວມ ແລະສ້າງຄວາມເຫັນດີເຫັນພ້ອມສູງກ່ຽວກັບຮ່າງໂຄງການ ກໍຄື ບັນດາບັນຫາທີ່ກ່ຽວຂ້ອງ. ສິ່ງນີ້ສະແດງໃຫ້ເຫັນການສະໜັບສະໜູນຂອງບັນດາປະເທດໃຫ້ແກ່ຫວຽດນາມ ດ້ວຍບົດບາດເປັນປະເທດເຈົ້າພາບ ແລະເປັນປະທານຮ່ວມກັບຍີ່ປຸ່ນ, ຜ່ານນັ້ນປະກອບສ່ວນຢັ້ງຢືນບົດບາດ, ຖານະທີ່ຕັ້ງ, ອິດທິພົນຊື່ສຽງ ແລະການປະກອບສ່ວນຂອງຫວຽດນາມ ໃນບັນດາກົນໄກຮ່ວມມືຫຼາຍຝ່າຍກ່ຽວກັບການຮັກສາສັນຕິພາບ ສປຊ ຢູ່ພາກພື້ນ ແລະໃນຂອບເຂດ ADMM+; ພ້ອມທັງປະກອບສ່ວນເຂົ້າ ໃນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນ ຢູ່ພາກພື້ນ ແລະໃນໂລກ. ຜົນສໍາເລັດຂອງການເຄື່ອນໄຫວທ້າຍໄລຍະນີ້ແມ່ນໝາກຜົນທີ່ສໍາຄັນເພື່ອລາຍງານທີ່ກອງປະຊຸມ ADMM+ ທີ່ດໍາເນີນຢູ່ ປະເທດ ອິນໂດເນເຊຍ ໃນເດືອນພະຈິກ ປີ 2023.

ໂດຍ: ໄຊຊະນະ