ພົນເອກ ຟານວັນຢາງ ເປັນປະທານກອງປະຊຸມຄະນະປະຈໍາຄະນະພັກການທະຫານສູນກາງ
ກປ.ອອນໄລ - ວັນທີ 21 ກັນຍາ, ທີ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະປະຈໍາ ຄະນະພັກການທະຫານສູນກາງ. ກອງປະຊຸມໄດ້ປະກອບຄຳເຫັນ, ຮັບຮອງເອົາແຜນຮ່າງຈັດຕັ້ງການເດີນສວນສະໜາມທີ່ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (ແຜນຮ່າງ).
    |
 |
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn |
ກ່າວຄຳເຫັນຊີ້ນໍາທີ່ກອງປະຊຸມ, ທ່ານພົນເອກ ຟານວັນຢາງ ໄດ້ມອບໝາຍໃຫ້ກົມໃຫຍ່ເສນາທິການ ຮັບເອົາຄຳເຫັນຂອງຄະນະປະຈໍາຄະນະພັກການທະຫານສູນກາງ ຢ່າງຄົບຖ້ວນ, ປັບປຸງແຜນຮ່າງ, ລາຍງານຕໍ່ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເພື່ອອະນຸມັດຜ່ານ. ອີງຕາມເນື້ອໃນແຜນຮ່າງ, ສ້າງແຜນການຂອງກົມໃຫຍ່ເສນາທິການ ເພື່ອຈັດຕັ້ງກໍາລັງປະຕິບັດ; ຈັດຕັ້ງຜັນຂະຫຍາຍແຜນຮ່າງ, ແຜນການຮັບປະກັນຢ່າງເຄັ່ງຄັດ, ເຂັ້ມງວດ, ຖືກຕ້ອງຕາມຈຸດປະສົງ, ຄວາມຮຽກຮ້ອງທີ່ໄດ້ກຳນົດໄວ້; ຊີ້ນຳບັນດາອົງການ, ກົມກອງຂຶ້ນກັບກະຊວງປ້ອງກັນປະເທດຊາບຊຶມ, ປະຕິບັດແຜນຮ່າງ ແລະແຜນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ; ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການຂຶ້ນກັບຄະນະ, ກະຊວງ, ຂະແໜງການຂັ້ນສູງການໃນວິວັດແຫ່ງການປະຕິບັດແຜນຮ່າງ. ກົມໃຫຍ່ການເມືອງ ຊີ້ນຳບັນດາອົງການອີງຕາມພາລະບົດບາດ, ໜ້າທີ່ຂອງຕົນເພື່ອປະຕິບັດບັນດາເນື້ອໃນເຊິ່ງແຜນຮ່າງ ແລະແຜນການໄດ້ກໍານົດ; ຊີ້ນຳບັນດາອົງການ, ກົມກອງປະຕິບັດວຽກງານໂຄສະນາ, ສຶກສາອົບຮົມໃຫ້ດີ, ຈັດຕັ້ງບັນດາກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ກົມໃຫຍ່ພະລາທິການປະຕິບັດວຽກງານຮັບປະກັນເຄື່ອງແບບ, ອຸປະກອນ, ວັດຖຸ, ພະລາທິການໃຫ້ກໍາລັງກອງທັບ, ທະຫານລາດ, ຄົນງານລະດົມເຂົ້າຮ່ວມການເດີນສວນສະໜາມໃຫ້ດີ... ກົມໃຫຍ່ເຕັກນິກ ຊີ້ນໍາຮັບປະກັນດ້ານເຕັກນິກໃຫ້ກຳລັງ, ພາຫະນະເຂົ້າຮ່ວມການເດີນສວນສະໜາມເປັນຢ່າງດີ. ບັນດາອົງການ, ກົມກອງອີງຕາມພາລະບົດບາດ, ໜ້າທີ່ຂອງຕົນປະຕິບັດບັນດາເນື້ອໃນ, ໜ້າທີ່ທີ່ໄດ້ຮັບມອບໝາຍໃນແຜນຮ່າງ ແລະຈັດຕັ້ງກຳລັງປະຕິບັດແຜນຮ່າງຢ່າງເຂັ້ມງວດ, ຮັບປະກັນຄຸນນະພາບ.
ໂດຍ: ເຈິ່ນຮວ່ຽນ