ພົນໂທ ຫງວຽນເຕິນເກືອງ ພົບປະເຈລະຈາກັບຜູ້ບັນຊາການກໍາລັງປ້ອງກັນຊາດໄທ
ກປ.ອອນໄລ - ສອງຝ່າຍໄດ້ເຫັນດີເປັນເອກະສັນນຳກັນວ່າ ໃນໄລຍະຈະມາເຖິງ, ຈະຍູ້ແຮງການສົມທົບກັນ ແລະສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຢ່າງມີປະສິດທິຜົນ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດອັນດີງາມ ຫວຽດນາມ - ໄທ...
ຕອນເຊົ້າວັນທີ 20 ກັນຍາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນເອກ Chalermphon Srisawasdi, ຜູ້ບັນຊາການກໍາລັງປ້ອງກັນຊາດໄທ. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ດໍາເນີນການພົບປະເຈລະຈາ.
    |
 |
ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn |
ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະສັນນຳກັນວ່າ ໃນໄລຍະຈະມາເຖິງ, ຈະຍູ້ແຮງການສົມທົບກັນ ແລະສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຢ່າງມີປະສິດທິຜົນ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດອັນດີງາມຫວຽດນາມ - ໄທ, ສຸມໃສ່ເຂົ້າບັນດາຂົງເຂດ ຄື: ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮັກສາປະສິດທິຜົນບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ; ຮັກສາການຮ່ວມມືກໍ່ສ້າງ ຊັບພະຍາກອນມະນຸດຢ່າງມີປະສິດທິຜົນ; ເພີ່ມທະວີການຮ່ວມມືລະຫວ່າງບັນດາເຫຼົ່າທັບ, ເຫຼົ່າຮົບ; ແບ່ງປັນຂໍ້ມູນຂ່າວສານ, ສະພາບການຄວາມໝັ້ນຄົງ ແລະຄວາມປອດໄພໃນການເດີນທະເລຢູ່ເຂດທະເລຕິດຈອດກັນລະຫວ່າງສອງປະເທດ, ຜ່ານນັ້ນສົມທົບກັນແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢູ່ທະເລຢ່າງມີປະສິດທິຜົນ, ແກ້ໄຂກໍລະນີຊາວປະມົງສອງປະເທດລະເມີດເຂດທະເລຂອງກັນບົນຈິດໃຈມະນຸດສະທຳ, ສອດຄ່ອງກັບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ; ...
ທີ່ການພົບປະເຈລະຈາ, ສອງຝ່າຍກໍ່ໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການໂລກ ແລະພາກພື້ນ ແລະບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍຢືນຢັນວ່າ, ໃນສະພາບການໂລກ ແລະພາກພື້ນພວມຜັນແປຢ່າງສັບສົນ, ບັນດາກົນໄກໂດຍອາຊຽນ ຊັກນໍາ ສືບຕໍ່ເສີມຂະຫຍາຍບົດບາດໃຈກາງຢູ່ພາກພື້ນ, ຊຸກຍູ້ການພົບປະເຈລະຈາ ແລະການຮ່ວມມືລະຫວ່າງບັນດາປະເທດໃນກຸ່ມ ກໍ່ຄືບັນດາຄູ່ຮ່ວມມືພາຍນອກ ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ; ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ແກ້ໄຂການພິພາດກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.
ໂດຍ: ທະນາພອນ