ຫວຽດນາມ - ໄທ ສ້າງກຳລັງແຮງໃໝ່ໃຫ້ແກ່ການພົວພັນດ້ານປ້ອງກັນຊາດ
ກປ.ອອນໄລ - ວັນທີ 20 ກັນຍາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ Chalermphon Srisawasdi, ຜູ້ບັນຊາການກໍາລັງປ້ອງກັນຊາດໄທ ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄໍາເຊີນຂອງທ່ານພົນໂທ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.
ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ບົນພື້ນຖານການພົວພັນມິດຕະພາບ ອັນດີງາມລະຫວ່າງລັດຖະບານ ແລະປະຊາຊົນສອງປະເທດ, ການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ໄທ ໃນໄລຍະຜ່ານມາໄດ້ພັດທະນາຢ່າງຕັ້ງໜ້າໃນທຸກຂົງເຂດ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ຕີລາຄາສູງໝາກຜົນການເຈລະຈາ; ສະແດງການສະໜັບສະໜູນເນື້ອໃນທິດທາງການຮ່ວມມືທີ່ສອງຝ່າຍໄດ້ເຫັນດີເປັນເອກະສັນ. ບົນພື້ນຖານການພົວພັນອັນດີງາມລະຫວ່າງສອງປະເທດ ແລະສອງກອງທັບ, ພິເສດແມ່ນໃນສະພາບການທີ່ສອງ ປະເທດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ໄທ, ທ່ານພົນເອກ ຟານວັນຢາງ ສະເໜີວ່າ ໃນໄລຍະຈະມາເຖິງ, ກອງທັບສອງປະເທດຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມື, ສຸມໃສ່: ການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ; ແບ່ງປັນປະສົບການໃນການແກ້ໄຂບັນຫາຄວາມໝັ້ນຄົງບໍ່ແມ່ນການທະຫານ ຄື ການຄຸ້ມຄອງຊາຍແດນ ແລະການຮັບມືກັບອາດຊະຍາກໍາຂ້າມຊາຍແດນ; ຊຸກຍູ້ບັນດາຂົງເຂດຮ່ວມມືທີ່ມີທ່າແຮງສອດຄ່ອງກັບຄວາມຕ້ອງການ ແລະທ່າແຮງຂອງແຕ່ລະຝ່າຍ.
ສ່ວນທ່ານພົນເອກ Chalermphon Srisawasdi ຢືນຢັນວ່າ ຖືເປັນສໍາຄັນການພົວພັນອັນດີງາມລະຫວ່າງ ໄທ ແລະຫວຽດນາມ ເວົ້າລວມ ແລະລະຫວ່າງກອງທັບສອງປະເທດເວົ້າສະເພາະ; ພ້ອມທັງ, ສະແດງຄວາມປາດຖະໜາຢາກໃຫ້ສອງປະເທດເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນກວ່າອີກ, ປະກອບສ່ວນກໍ່ສ້າງ ແລະປັບປຸງພື້ນຖານປ້ອງກັນຊາດຂອງແຕ່ລະປະເທດ, ປະກອບສ່ວນຢ່າງແທດຈິງເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ໄທ - ຫວຽດນາມ.
ໂດຍ: ທະນາພອນ