ແຂກຖືກເຊີນສາກົນຈະມາສັງເກດການຝຶກແອບຢູ່ພື້ນທີ່ຕົວຈິງກ່ຽວກັບການຮັກສາສັນຕິພາບຢູ່ຫວຽດນາມ
ກປ.ອອນໄລ - ວັນທີ 19 ກັນຍາ, ທ່ານພົນໂທ ຟຸ່ງຊິເຕີນ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຊີ້ນໍາ CEPPP ໄດ້ເປັນປະທານການກວດກາ ແລະກວດຜ່ານ. ການສັງເກດສະພາບການປະຕິບັດຕົວຈິງໄດ້ດຳເນີນໃນວັນທີ 20 ກັນຍາ, ໂດຍມີການເຂົ້າຮ່ວມຂອງຫົວໜ້າຄະນະຜູ້ແທນບັນດາປະເທດ ADMM+, ອາຈານ, ນັກສັງເກດການສາກົນ, ຜູ້ຕາງໜ້າບັນດາອົງການການທູດຂອງບັນດາປະເທດຢູ່ຫວຽດນາມ.
ໃນວັນດຽວກັນ, ໄດ້ສືບຕໍ່ດຳເນີນການຝຶກແອບ ແລະຝຶກຊ້ອມກຳລັງຮັກສາສັນຕິພາບສະຫະປະຊາຊາດລະຫວ່າງ 3 ພາກສ່ວນຂອງນັກສັງເກດການດ້ານການທະຫານ, ຊ່າງແສງ ແລະເສນາຮັກ, ບັນດາຈຸສັງເກດກ່ຽວກັບການທະຫານໄດ້ສົມທົບກັບຊ່າງແສງ ແລະເສນາຮັກ, ສືບຕໍ່ຝຶກຊ້ອມຫຼາຍເນື້ອໃນຢູ່ພື້ນທີ່ຕາມແຜນການ.
    |
 |
ທ່ານພົນໂທ ຟຸ່ງຊິເຕີນ ເປັນປະທານກວດກາ ແລະກວດຜ່ານການກະກຽມໃຫ້ແກ່ການສັງເກດກໍລະນີຝຶກແອບ. ພາບ: ຫວຽດຈູງ |
ນີ້ແມ່ນກໍລະນີຝຶກແອບທີ່ສອງປະເທດຫວຽດນາມ ແລະຍີ່ປຸ່ນ ເປັນປະທານຮ່ວມ CEPPP ລ້ວນແຕ່ປາດຖະໜາຢາກພັດທະນາ, ເພື່ອແນໃສ່ຝຶກທັກສະທີ່ຈຳເປັນໃຫ້ນັກສັງເກດການດ້ານການທະຫານມີຄວາມສາມາດໃນການແກ້ໄຂກໍລະນີທີ່ເກີດຂຶ້ນຢູ່ພື້ນທີ່ຕົວຈິງໃນອະນາຄົດ.
ປະມານ 90% ຂອງນັກສັງເກດການດ້ານການທະຫານທີ່ເຂົ້າຮ່ວມ CEPPP ໃນຄັ້ງນີ້ ລ້ວນແຕ່ບໍ່ມີປະສົບການໃນການປະຕິບັດໜ້າທີ່ວຽກງານມາກ່ອນ, ບໍ່ໄດ້ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບເປັນສ່ວນຫຼາຍ, ນີ້ແມ່ນຊຸດຝຶກອົບຮົມຄັ້ງທຳອິດກ່ຽວກັບການຮັກສາສັນຕິພາບ, ສະນັ້ນ ເນື້ອໃນການຝຶກຊ້ອມຈຶ່ງໄດ້ເລືອກໃຫ້ຕິດແທດກັບຕົວຈິງທີ່ສຸດ, ເຊິ່ງຈະຊ່ວຍໃຫ້ເຂົາເຈົ້າມີມູມມອງທີ່ດີກ່ຽວກັບໜ້າທີ່ວຽກງານໃນອະນາຄົດ.
ທັງໝົດມີ 7 ກໍລະນີທີ່ໄດ້ປະຕິບັດຢູ່ໃນຂອບເຂດຂອງ CEPPP. ນີ້ລ້ວນແຕ່ແມ່ນກໍລະນີທີ່ມັກພົບເຫັນທົ່ວໄປຢູ່ຄະນະປະຕິບັດງານ ແລະກໍ່ແມ່ນໜ້າທີ່ສໍາຄັນ ແລະທ້າທາຍສໍາລັບກໍາລັງຮັກສາສັນຕິພາບຂອງສະຫະປະຊາຊາດ.
ໂດຍ: ໄຊນີດາ