ທີ່ການຕ້ອນຮັບ, ທ່ານພົນໂທ ຮວິ່ງຈ໊ຽນຖັ໊ງ ໄດ້ສະແດງຄວາມຊົມເຊີຍຄະນະຜູ້ແທນສະຖາບັນວິທະຍາສາດການທະຫານ ຈີນ ນໍາໂດຍ ທ່ານພົນຈັດຕະວາ Yang Cun she ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນລະກັນລະຫວ່າງກອງທັບສອງປະເທດ ເວົ້າລວມ, ລະຫວ່າງບັນດາອົງການຄົ້ນຄວ້າຍຸດທະສາດຂອງກອງທັບສອງປະເທດ ເວົ້າສະເພາະ.

leftcenterrightdel
ພົນໂທ ຮວິ່ງຈ໊ຽນຖັ໊ງ ຕ້ອນຮັບພົນຈັດຕະວາ Yang Cun she ແລະຄະນະຜູ້ແທນສະຖາບັນວິທະຍາສາດການທະຫານ ຈີນ. ພາບ: ແອັງຫວູ

ທ່ານພົນໂທ ຮວິ່ງຈ໊ຽນຖັ໊ງ ຢັ້ງຢືນວ່າ ການນໍາພັກ, ລັດ ແລະກອງທັບຫວຽດນາມ ຍາມໃດກໍເອົາໃຈໃສ່ຊຸກຍູ້ຂົງເຂດທີ່ຮ່ວມມືກັບຈີນ ຢ່າງຮອບດ້ານບົນ ພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ; ພ້ອມທັງປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍກັບຈີນ ບົນເນື້ອໃນຈິດໃຈທີ່ການນໍາຂັ້ນສູງສອງປະເທດ  ໄດ້ເຫັນດີເປັນເອກະ ພາບ.

ແຈ້ງໃຫ້ທ່ານພົນໂທ ຮວິ່ງຈ໊ຽນຖັ໊ງ ຮັບຊາບກ່ຽວກັບຜົນການເຮັດວຽກກ່ອນໜ້ານັ້ນຂອງຄະນະກັບສະຖາບັນຍຸດທະສາດປ້ອງກັນຊາດຫວຽດນາມ, ທ່ານພົນຈັດຕະວາ Yang Cun she ໃຫ້ຮູ້ວ່າ ສອງຝ່າຍບັນລຸໄດ້ໝາກຜົນຕັ້ງໜ້າຈໍານວນໜຶ່ງໃນການປະຕິບັດໂຄງການຮ່ວມມືຄົ້ນຄວ້າຮ່ວມກັນ “ເກັບກໍາເອກະສານ, ວັດຖຸພັນກ່ຽວກັບຄວາມສາມັກຄີມິດຕະພາບລະຫວ່າງສອງກອງທັບ ຫວຽດນາມ-ຈີນ, ແນວຄິດສາມັກຄີ ໂຮ່ຈີມິນ-ເໝົາເຈີຕຸ່ງ ໃນການຕໍ່ສູ້ຕ້ານລ່າເມືອງຂຶ້ນຝຣັ່ງ ແລະຕ້ານຈັກກະພັດອາເມລິກາ”...

leftcenterrightdel
ພົນໂທ ຮວິ່ງຈ໊ຽນຖັ໊ງ ຖ່າຍຮູບລວມກັບສະມາຊິກຂອງສອງຄະນະ. ພາບ: ແອັງຫວູ

ທ່ານພົນໂທ ຮວິ່ງຈ໊ຽນຖັ໊ງ ຕີລາຄາສູງຕໍ່ຄວາມໝາຍຂອງໂຄງການຮ່ວມມືຄົ້ນຄວ້າລະຫວ່າງສະຖາບັນວິທະຍາສາດການທະຫານ ຈີນ ແລະສະຖາບັນຍຸດທະສາດປ້ອງກັນຊາດຫວຽດນາມ; ພ້ອມທັງເນັ້ນໜັກວ່າ ການເຄື່ອນໄຫວນີ້ຈະປະກອບສ່ວນປັບປຸງ, ຊຸກຍູ້ການພົວພັນສາມັກຄີມິດຕະພາບ ແລະການຮ່ວມມືລະຫວ່າງກອງທັບສອງປະເທດ; ຢັ້ງຢືນວ່າການນໍາກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຍາມໃດກໍສະໜັບສະໜູນການພົບປະແລກປ່ຽນ ແລະການຮ່ວມມືລະຫວ່າງສະຖາບັນຄົ້ນຄວ້າຂອງກອງທັບສອງປະເທດ.

ໂດຍ: ໄຊຊະນະ