ກໍາປັ່ນ 20 ໄປເຂົ້າຮ່ວມ MNEK-4 ຢູ່ Makassar
ກປ.ອອນໄລ - ຕອນເຊົ້າວັນທີ 4 ມິຖຸນາ, ກໍາປັ່ນ 20 ຂອງກອງພົນນ້ອຍ 172 (ທະຫານເຮືອເຂດ 3) ພ້ອມກັບຄະນະຜູ້ແທນທະຫານເຮືອປະຊາຊົນຫວຽດນາມ ນໍາໂດຍທ່ານພັນເອກພິເສດ ຫງວຽນກວກກວາງ, ຮອງຜູ້ບັນຊາການທະຫານເຮືອເຂດ 3 ໄດ້ຈອດຢູ່ທະເລຂອງນະຄອນ Makassar (ແຂວງ Sulawesi, ອິນໂດເນເຊຍ), ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາກິດຈະກຳໃນຂອບເຂດການຝຶກຊ້ອມທະຫານເຮືອຫຼາຍຝ່າຍ Komodo Multilateral Naval ຄັ້ງທີ 4 (MNEK-4) ທີ່ທະຫານເຮືອ ອິນໂດເນເຊຍ ເປັນເຈົ້າພາບໃນລະຫວ່າງວັນທີ 4 - 8 ມິຖຸນາ.
ກຳປັ່ນ 20 ໄດ້ເລີ່ມອອກເດີນທາງໄປຮອດນະຄອນ Makassar ແຕ່ວັນທີ 28 ພຶດສະພາ ພາຍຫຼັງເຂົ້າຮ່ວມການຝຶກຊ້ອມຢູ່ທະເລ, ແມ່ນກິດຈະກຳສຸດທ້າຍໃນຂອບເຂດງານວາງສະແດງການບິນ ແລະອາວະກາດສາກົນ (LIMA) 2023 ຢູ່ Langkawi, ປະເທດມາເລເຊຍ.
    |
 |
ທ່ານພັນໂທ ບຸ່ຍຫວຽດເລືອງ, ຜູ້ຊ່ວຍວຽກຫ້ອງການພົວພັນຕ່າງປະເທດ, ເຫຼົ່າທັບເຮືອ ພ້ອມກັບໜ່ວຍປະຕິບັດງານຢູ່ກຳປັ່ນ 20 ເຫັນດີເປັນເອກະພາບກ່ຽວກັບແຜນການເຂົ້າຮ່ວມ MNEK-4 ກັບນາຍທະຫານຕິດຕໍ່ຂອງ ອິນໂດເນເຊຍ. ພາບ: ງອກຮຶງ. |
ຕາມການຄາດຄະເນ, ໃນຂອບເຂດ MNEK-4, ພະນັກງານ, ນັກຮົບກຳປັ່ນ 20 ແລະຄະນະປະຕິບັດງານຈະເຂົ້າຮ່ວມບັນດາກິດຈະກໍາຄື: ກວດກາບັນດາກຳປັ່ນສາກົນ; ຂະບວນແຫ່ຕາມທ້ອງຖະໜົນ; ການຝຶກຊ້ອມທະຫານເຮືອຫຼາຍຝ່າຍຢູ່ທະເລ; ພົບປະແລກປ່ຽນວັດທະນະທຳ, ອາຫານການກິນ, ແຂ່ງຂັນກິລາມິດຕະພາບ...
    |
 |
ພະນັກງານ, ນັກຮົບ ກໍາປັ່ນ 20 ແລະຄະນະປະຕິບັດງານເມື່ອກຳປັ່ນໄປຜ່ານເສັ້ນສູນສູດ ໃນເວລາ 7:00 ໂມງ ຂອງວັນທີ 31 ພຶດສະພາ. ພາບ: ງອກຮຶງ. |
ການເດີນທາງຂອງກຳປັ່ນ 20 ແລະຄະນະປະຕິບັດງານໄປຍັງມາເລເຊຍ ແລະ ອິນໂດເນເຊຍ ເພື່ອແນໃສ່ປະຕິບັດທັດສະນະຊີ້ນໍາຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກ່ຽວກັບການເຊື່ອມໂຍງສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດ; ສືບຕໍ່ຍົກສູງຄວາມສາມາດສົມທົບກັນໃນການຮັບມືກັບບັນດາສິ່ງທ້າທາຍລວມຂອງຄວາມໝັ້ນຄົງທາງທະເລ; ປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືອັນດີງາມລະຫວ່າງກອງທັບປະຊາຊົນ ແລະທະຫານເຮືອຫວຽດນາມ ກັບກອງທັບ ແລະທະຫານເຮືອຂອງປະເທດຕ່າງໆກວ່າອີກ.
ໂດຍ: ຈາງຫງວຽນ