ພົນໂທ ຫວູຫາຍສານ ກວດກາກອງພົນໃຫຍ່ 3 ແລະແມ່ທັບນ້ອຍ 15
ກປ.ອອນໄລ - ວັນທີ 31 ພຶດສະພາ, ຄະນະປະຕິບັດງານກະຊວງປ້ອງກັນປະເທດ ນໍາໂດຍທ່ານພົນໂທ ຫວູຫາຍສານ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ລົງກວດກາ, ເຮັດວຽກຢູ່ກອງພົນໃຫຍ່ 3 ແລະແມ່ທັບນ້ອຍ 15. ເຂົ້າຮ່ວມຄະນະປະຕິບັດງານມີຜູ້ຕາງໜ້າການນຳກົມໃຫຍ່ພະລາທິການ ແລະບາງອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ.
ພາຍຫຼັງຮັບຟັງການລາຍງານ ແລະກວດກາໂດຍກົງຢູ່ກົມກອງ, ທ່ານພົນໂທ ຫວູຫາຍສານ ໄດ້ຍ້ອງຍໍຊົມເຊີຍໝາກຜົນການປະຕິບັດໜ້າທີ່ຂອງກອງພົນໃຫຍ່ 3 ແລະແມ່ທັບນ້ອຍ 15, ພ້ອມທັງຮຽກຮ້ອງໃຫ້ຄະນະພັກ, ການນຳ ແລະພະນັກງານ, ນັກຮົບສອງກົມກອງສືບຕໍ່ຊາບຊຶມຢ່າງເລິກເຊິ່ງ, ຜັນຂະຫຍາຍການປະຕິບັດບັນດາມະຕິ, ຄຳສັ່ງຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະຄຳແນະນຳຂອງອົງການກ່ຽວຂ້ອງໃນວິວັດທະນາການປະຕິບັດໜ້າທີ່ຢ່າງເຂັ້ມງວດ.
    |
 |
ການນຳແມ່ທັບນ້ອຍ 15 ຕ້ອນຮັບພົນໂທ ຫວູຫາຍສານ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງຢ້ຽມຢາມກົມກອງ. ພາບ: qdnd.vn |
ສຳລັບກອງພົນໃຫຍ່ 3, ຕ້ອງສຸມໃສ່ກຳແໜ້ນສະພາບການດ້ານການເມືອງຢູ່ບໍລິເວນ ໄຕງວຽນ, ປັບປຸງບັນດາວິທີການກຽມພ້ອມສູ້ຮົບ, ສຸມໃສ່ຍົກສູງຄຸນນະພາບການຝຶກແອບ, ການຝຶກຊ້ອມສັງລວມທຸກຂັ້ນ, ຄວາມສາມາດເປັນເຈົ້າຂອງອາວຸດຍຸດໂທປະກອນ, ຮັບປະກັນໃຫ້ກົມກອງມີຄວາມປອດໄພທຸກດ້ານ. ຄະນະພັກ, ການນຳບັນດາອົງການ, ກົມກອງ ເພີ່ມທະວີິວຽກງານຄຸ້ມຄອງແນວຄິດຂອງພະນັກງານ, ນັກຮົບ; ລະດົມກຳລັງໃຈນາຍສິບ, ນັກຮົບ ທີ່ມີວຸດທິການສຶກສາ, ວິຊາສະເພາະເຕັກນິກ ສະໝັກເຂົ້າຮັບໃຊ້ກອງທັບໃນໄລຍະຍາວ. ຂັ້ນຕອນການໂຮມບັນດາອົງການພະລາທິການ, ເຕັກນິກເຂົ້າກັນຕ້ອງຄົ້ນຄວ້າໃຫ້ລະອຽດ, ຮັບປະກັນພາລະບົດບາດ, ໜ້າທີ່...
    |
 |
ພົນໂທ ຫວູຫາຍສານ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະຄະນະປະຕິບັດງານ ຖ່າຍຮູບທີ່ລະນຶກກັບພະນັກງານຫຼັກແຫຼ່ງຂອງແມ່ທັບນ້ອຍ 15. |
ສຳລັບແມ່ທັບນ້ອຍ 15, ຕ້ອງເອົາໃຈໃສ່ປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດສົມທົບກັບການພັດທະນາເສດຖະກິດ-ສັງຄົມ; ກຳແໜ້ນສະພາບການຢູ່ບໍລິເວນ, ຍົກສູງຄຸນນະພາບການຝຶກແອບ, ກຽມພ້ອມສູ້ຮົບ, ສົມທົບຢ່າງແໜ້ນແຟ້ນກັບທ້ອງຖິ່ນ ແລະບັນດາກຳລັງ ເພື່ອແກ້ໄຂທຸກກໍລະນີໃຫ້ເປັນຢ່າງດີ, ຮັບປະກັນໃຫ້ບໍລິເວນມີຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ; ເຮັດວຽກງານຝຶກແອບພະນັກງານເປັນຢ່າງດີ. ພ້ອມກັນນັ້ນ, ປະຕິບັດວຽກງານກໍ່ສ້າງພັກໃຫ້ເປັນຢ່າງດີ...
ໂດຍ: ແສງເດືອນ