ກໍາປັ່ນ 20 ເຂົ້າຮ່ວມການຝຶກຊ້ອມຢູ່ທະເລ LIMA 2023, ເດີນທາງໄປເຂົ້າຮ່ວມ MNEK-4 ຢູ່ອິນໂດເນເຊຍ
ກປ.ອອນໄລ - ຮຸ່ງເຊົ້າວັນທີ 28 ພຶດສະພາ, ກໍາປັ່ນ 20 ຂຶ້ນກັບກອງພົນນ້ອຍ 172, ທະຫານເຮືອເຂດ 3 ພ້ອມດ້ວຍຄະນະຜູ້ແທນທະຫານເຮືອປະຊາຊົນຫວຽດນາມ ນໍາໂດຍ ທ່ານພັນເອກພິເສດ ຫງວຽນກ໊ວກກວ໋າງ ຮອງຜູ້ບັນຊາການທະຫານເຮືອເຂດ 3 ໄດ້ອອກຈາກອ່າວ Langkawi, ປະເທດມາເລເຊຍ ເພື່ອເຂົ້າຮ່ວມການຝຶກຊ້ອມຢູ່ທະເລ, ການເຄື່ອນໄຫວສຸດທ້າຍໃນຂອບເຂດງານວາງສະແດງການເດີນທະເລ ແລະການບິນອາວະກາດສາກົນ Langkawi (LIMA) 2023.
ໃນການຝຶກຊ້ອມນີ້, ກໍາປັ່ນ 20 ພ້ອມກັບກໍາປັ່ນ 22 ລຳຂອງ 9 ປະເທດ ເຂົ້າຮ່ວມການຝຶກແອບ ເຊັ່ນ: ຖ່າຍຮູບເທິງອາກາດ, ເຄື່ອນທີ່ຮູບແຖວ ແລະຂໍ່ານັບກັນຢູ່ທະເລ. ໃນຂອບເຂດ LIMA 2023, ແຕ່ວັນທີ 23 ຫາວັນທີ 27 ພຶດສະພາ, ຄະນະປະຕິບັດງານ ແລະພະນັກງານ, ນັກຮົບກໍາປັ່ນ 20 ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວ ຄື: ສວນສະໜາມກໍາປັ່ນ, ບັນດາກອງປະຊຸມ, ໂອ້ລົມສົນທະນາ, ຢ້ຽມຊົມງານວາງສະແດງ, ແຂ່ງຂັນກິລາມິດຕະພາບ, ແລກປ່ຽນອາຫານການກິນ... ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສໍາເລັດຂອງ LIMA 2023 ແລະສ້າງຄວາມປະທັບໃຈອັນດີງາມໃຫ້ກັບກໍາລັງທະຫານເຮືອບັນດາປະເທດ ແລະປະຊາຊົນທ້ອງຖິ່ນ.
    |
 |
ກໍາປັ່ນ 20 ທີ່ພິທີສວນສະໜາມກໍາປັ່ນ, ໃນຕອນບ່າຍວັນທີ 23 ພຶດສະພາ 2023 ໃນຂອບເຂດ LIMA 2023. ພາບ: qdnd.vn |
ພາຍຫຼັງສິ້ນສຸດການຝຶກຊ້ອມຢູ່ທະເລ LIMA 2023, ຕອນບ່າຍວັນທີ 28 ພຶດສະພາ, ກໍາປັ່ນ 20 ພ້ອມຄະນະ ໄດ້ສືບຕໍ່ເດີນທາງໄປເຖິງນະຄອນ Makassar; ແຂວງ ໃຕ້ Sulawesi, ອິນໂດເນເຊຍ ເພື່ອເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດການຝຶກຊ້ອມທະຫານເຮືອຫຼາຍຝ່າຍ Komodo ຄັ້ງທີ 4 (MNEK-4) ໂດຍທະຫານເຮືອ ອິນໂດເນເຊຍ ເປັນເຈົ້າພາບຈັດຕັ້ງ ແຕ່ວັນທີ 4 ຫາວັນທີ 8 ມິຖຸນາ 2023.
ການເດີນທາງຂອງກໍາປັ່ນ 20 ພ້ອມດ້ວຍຄະນະ ໄປເຖິງມາເລເຊຍ ແລະອິນໂດເນເຊຍ ແມ່ນເພື່ອແນໃສ່ປະຕິບັດທັດສະນະຊີ້ນໍາຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດ; ສືບຕໍ່ຍົກສູງຄວາມສາມາດປະສານສົມທົບໃນການຮັບມືກັບສິ່ງທ້າທາຍລວມກ່ຽວກັບຄວາມໝັ້ນຄົງໃນການເດີນທະເລ; ປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືອັນດີງາມທີ່ມີຢູ່ໃນປັດຈຸບັນລະຫວ່າງກອງທັບປະຊາຊົນ ແລະທະຫານເຮືອປະຊາຊົນຫວຽດນາມ ກັບກອງທັບ ແລະທະຫານເຮືອບັນດາປະເທດ ໃຫ້ຫຼາຍຂຶ້ນກວ່າເກົ່າ.
ໂດຍ: ໄຊຊະນະ