ຜັນຂະຫຍາຍການສ້າງແຜນຮ່າງງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2024
ກປ.ອອນໄລ - ຕອນເຊົ້າວັນທີ 24 ພຶດສະພາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ຄະນະຊີ້ນໍາການສ້າງແຜນຮ່າງງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2024 ໄດ້ປະຊຸມ ເພື່ອຜັນຂະຫຍາຍບັນດາເນື້ອໃນວຽກງານທີ່ກ່ຽວຂ້ອງ.
ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນໍາແຜນຮ່າງເປັນປະທານກອງປະຊຸມ
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ມາຍງວຽນ |
ກອງປະຊຸມໄດ້ປະກາດຂໍ້ຕົກລົງສ້າງຕັ້ງຄະນະຊີ້ນຳການສ້າງແຜນຮ່າງງານວາງສະແດປ້ອງກັນຊາດສາກົນຫວຽດນາມ 2024; ເນັ້ນໜັກເຖິງຄວາມໝາຍ ແລະຄວາມຈຳເປັນຂອງການຈັດງານວາງສະແດງ; ສະເໜີບັນດາແຜນດຳເນີນງານກ່ຽວກັບເວລາ, ສະຖານທີ່ ແລະຂອບຂະໜາດຈັດຕັ້ງເຫດການ.
    |
 |
ທ່ານພົນໂທ ຟຸ່ງສິ໊ເຕິນ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ມາຍງວຽນ |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຟຸ່ງສິ໊ເຕິນ, ຮອງຫົວໜ້າກົມໃຫຍ່ເສນາທິການ, ຮອງຫົວໜ້າຄະນະຊີ້ນໍາ, ທັງເປັນຫົວໜ້າຄະນະຈັດຕັ້ງງານວາງສະແດງ ຮຽກຮ້ອງວ່າ ງານວາງສະແດງທີ່ຈັດຂຶ້ນຢູ່ຫວຽດນາມ ຄວນເສີມຂະຫຍາຍບັນດາຈຸດດີ, ຄື: ມີລັກສະນະທົ່ວປວງຊົນປ້ອງກັນຊາດ, ສຶກສາອົບຮົມ, ບຳລຸງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແກ່ປະຊາຊົນ, ບໍ່ພຽງແຕ່ມີຄວາມໝາຍດ້ານປ້ອງກັນຊາດເທົ່ານັ້ນ ຫາກຍັງນັບທັງດ້ານເສດຖະກິດອີກດ້ວຍ; ຮຽກຮ້ອງໃຫ້ບັນດາອົງການ, ກົມກອງທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດເສີມຂະຫຍາຍຈິດໃຈຮັບຮັບຜິດຊອບ ແລະສົມທົບກັນຢ່າງແໜ້ນແຟ້ນ ເພື່ອສ້າງ ແລະປັບປຸງແຜນຮ່າງໃຫ້ສຳເລັດຖືກຕາມຄວາມຄືບໜ້າ ແລະຕອບສະໜອງຄາດໝາຍທີ່ວາງໄວ້.
ທ່ານພົນໂທ ຮວ່າງຊວນຈ໊ຽນ ຮຽກຮ້ອງວ່າ ການສ້າງແຜນຮ່າງງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2024 ຕ້ອງຕິດພັນກັບແຜນຮ່າງຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ເພື່ອອຳນວຍຄວາມສະດວກໃນວຽກງານຈັດຕັ້ງ ກໍ່ຄືຕ້ອນຮັບແຂກສາກົນ. ການສ້າງແຜນຮ່າງງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2024 ຄວນຖອດຖອນບົດຮຽນຈາກງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ໃນປີ 2022; ສ້າງຕັ້ງຄະນະຈັດຕັ້ງງານວາງສະແດງໂດຍໄວ, ກຳນົດຮູບການຈັດງານວາງສະແດງຢ່າງຈະແຈ້ງ, ນຳອາວຸດຍຸດໂທປະກອນ ແລະຜະລິດຕະພັນຫຼາຍປະເພດມາວາງສະແດງຢູ່ເຫດການ.
ໂດຍ: ທະນາພອນ