ເຊັນລາຍການສົມທົບ “ຕໍາຫຼວດທະເລຮ່ວມເດີນທາງກັບຊາວປະມົງ”
ກປ.ອອນໄລ - ວັນທີ 18 ມີນາ, ທີ່ນະຄອນເບ໊ນແຈ, ແຂວງເບ໊ນແຈ, ຄະນະປະຈໍາຄະນະພັກຕໍາຫຼວດຫວຽດນາມ ແລະຄະນະປະຈໍາພັກແຂວງເບ໊ນແຈ ໄດ້ຈັດຕັ້ງກອງປະຊຸມເຊັນລາຍການສົມທົບປະຕິບັດວຽກງານຂົນຂວາຍ “ຕໍາຫຼວດທະເລຮ່ວມເດີນທາງກັບຊາວປະມົງ”. ທ່ານ ເລດຶກເທາະ ກໍາມະການສູນກາງພັກ, ເລຂາພັກແຂວງເບ໊ນແຈ ແລະທ່ານພົນຕີ ບຸ່ຍກ໊ວກອວຍ, ເລຂາຄະນະພັກ, ຫົວໜ້າການເມືອງຕໍາຫຼວດທະເລຫວຽດນາມ ເປັນປະທານຮ່ວມກອງປະຊຸມ.
    |
 |
ການນໍາຕໍາຫຼວດທະເລຫວຽດນາມ ແລະແຂວງເບ໊ນແຈ ເຊັນລາຍການຮ່ວມມື “ຕໍາຫຼວດທະເລຮ່ວມເດີນທາງກັບຊາວປະມົງ”. ພາບ: ໂຮ່ເລ |
ລາຍການສົມທົບ ເພື່ອແນໃສ່ເສີມຂະຫຍາຍກໍາລັງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ, ຂອງລະບົບການເມືອງ ແລະປະຊາຊົນໃນບໍລິເວນແຂວງເບ໊ນແຈ ແລະກໍາລັງຕໍາຫຼວດທະເລໃນການສ້າງສາ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຄວາມປອດໄພຢູ່ທະເລ, ໝູ່ເກາະຂອງປະເທດ; ປະກອບສ່ວນພັດທະນາເສດຖະກິດທະເລແບບຍືນຍົງ; ມີບັນດາມາດຕະການລະອຽດ, ແທດຈິງ, ມີປະສິດທິຜົນເຂົ້າຮ່ວມການກໍ່ສ້າງ ຮາກຖານການເມືອງ, ພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ, ໂຄສະນາ, ຂົນຂວາຍ, ໜູນຊ່ວຍ, ຮ່ວມເດີນທາງກັບຊາວປະມົງໃນການເຄື່ອນໄຫວຫາປາເພື່ອຮັບປະກັນຄວາມປອດໄພ, ຖືກຕ້ອງຕາມກົດໝາຍ.
    |
 |
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ໂຮ່ເລ |
ທີ່ກອງປະຊຸມ, ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນ, ສ້າງແຜນການປະຕິບັດລາຍການສົມທົບກັບບັນດາເນື້ອໃນແທດຈິງ, ຜ່ານນັ້ນບັນລຸໝາກຜົນຮອບດ້ານ, ເສີມຂະຫຍາຍບົດບາດຂອງວຽກງານຂົນຂວາຍກວ່າອີກ, ເພີ່ມທະວີຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນ, ປັບປຸງນ້ຳໃຈຮັກຊາດ, ຮັກທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ, ເສີມຂະຫຍາຍຈິດໃຈສາມັກຄີລະຫວ່າງຕໍາຫຼວດທະເລຫວຽດນາມ ກັບປະຊາຊົນແຂວງເບ໊ນແຈ ກວ່າອີກ.
ໂດຍ: ໄຊນີດາ