ຫວຽດນາມ-ອິນເດຍ ສືບຕໍ່ຊຸກຍູ້ການພົວພັນດ້ານປ້ອງກັນຊາດກວ່າອີກ
ກປ.ອອນໄລ - ຕອນບ່າຍວັນທີ 16 ມີນາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Sandeep Arya ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາຫວຽດນາມ.
ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ສະແດງຄວາມຊົມເຊີຍຕໍ່ທ່ານ Sandeep Arya ທີ່ຖືກແຕ່ງຕັ້ງມາຮັບໜ້າທີ່ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາຫວຽດນາມ; ເຊື່ອໝັ້ນວ່າທ່ານ Sandeep Arya ຈະສືບຕໍ່ມີການປະກອບສ່ວນສໍາຄັນຊຸກຍູ້ການພົວພັນຮ່ວມມືຫວຽດນາມ-ອິນເດຍ ໃນບັນດາຂົງເຂດກວ່າອີກ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ. ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ແລະອິນເດຍ ມີການພົວພັນມິດຕະພາບ, ມູນເຊື້ອອັນດີງາມ, ການນໍາລຸ້ນບັນພະບູລຸດໄດ້ເປັນຜູ້ສ້າງພື້ນຖານ, ການນໍາ ແລະປະຊາຊົນລຸ້ນຕ່າງໆຂອງສອງປະເທດໄດ້ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ, ນັບມື້ນັບພັດທະນາ. ຫວຽດນາມ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບອິນເດຍ. ອິນເດຍ ຍາມໃດກໍ່ເປັນເພື່ອນມິດທີ່ໄວ້ເນື້ອເຊື່ອໃຈ, ສະໜິດສະໜົມ ແລະຕິດພັນຂອງຫວຽດນາມ.
    |
 |
ທ່ານພົນເອກ ຟານວັນຢາງ ແລກປ່ຽນກັບທ່ານ Sandeep Arya ເອກອັກຄະລັດຖະທູດອິນເດຍ ປະຈໍາຫວຽດນາມ. ພາບ: ວັນຮ໊ຽວ |
ທ່ານພົນເອກ ຟານວັນຢາງ ຕີລາຄາວ່າ ບົນພື້ນຖານການພົວພັນອັນດີງາມ ແລະຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ, ການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ອິນເດຍ ໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ, ບັນລຸປະສິດທິຜົນ, ແມ່ນເສົາຄໍ້າສໍາຄັນໃນການພົວພັນລະຫວ່າງສອງປະເທດ. ເດືອນມີຖຸນາ 2022, ສອງຝ່າຍໄດ້ເຊັນຖະແຫຼງການວິໄສທັດລວມກ່ຽວກັບການພົວພັນຄູ່ຮ່ວມມືດ້ານປ້ອງກັນຊາດ ຮອດປີ 2030. ນີ້ແມ່ນເອກະສານສໍາຄັນ, ກໍານົດທິດການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ...
ທ່ານ Sandeep Arya ໄດ້ສະແດງຄວາມຂອບໃຈທ່ານພົນເອກ ຟານວັນຢາງ ທີ່ໄດ້ສະຫຼະເວລາຕ້ອນຮັບ, ພ້ອມທັງແບ່ງປັນການຕີລາຄາກ່ຽວກັບບັນດາບາດກ້າວພັດທະນາຢ່າງແຮງຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານອິນເດຍ-ຫວຽດນາມ ໃນໄລຍະຜ່ານມາ.
ໂດຍ: ໄຊນີດາ