ຕາມຕາຕະລາງການແຂ່ງຂັນ, ທີມກົງໂກ ແຂ່ງຂັນກັບທີມມຽນມາ. ຜົນການແຂ່ງຂັນປະກົດວ່າ ເຖິງວ່າໄປຮອດເປົ້າຊ້າກວ່າຄູ່ແຂ່ງເກືອບໜຶ່ງຊົ່ວໂມງ ກໍຕາມ ແຕ່ທີມກົງໂກ ຍັງດຸໝັ່ນ, ລະມັດລະວັງໃນການປະຕິບັດແຕ່ລະລາຍການແຂ່ງຂັນ, ບໍ່ປະລາຍການໃດ, ເຂົາເຈົ້າ ຍັງເຮັດໃຫ້ສະໜາມແຂ່ງຂັນແປກໃຈ ແລະຊື່ນຊົມຍິນດີກັບລາຍການຮ້ອງເພງ, ຟ້ອນລໍາໃນສະໜາມແຂ່ງຂັນເລີຍ. ເມື່ອທີມກົງໂກ ຮ້ອງເພງ ແລະຟ້ອນລໍາ, ຜູ້ຊົມໝົດທຸກຄົນ ແລະຄະນະກໍາມະການ ໄດ້ລຸກຂຶ້ນຕົບມືຊົມເຊີຍ. ທຳນອງດົນຕີ ແລະສຽງເພງ ໄດ້ລົບລ້າງຄວາມແຕກຕ່າງກັນດ້ານພາສາ, ຜິວໜັງ... ລົບລ້າງແນວຄິດເອົາແພ້ເອົາຊະນະ ໃນການແຂ່ງຂັນກິລາ.

leftcenterrightdel
ຮ້ອຍໂທ Koutatouka Jurdelein Brown ຫົວໜ້າທີມ “ກູ້ໄພສຸກເສີນ” ຂອງກົງໂກ ໂອ້ລົມກັບພັນໂທ ຈິ້ງທິຊວານ, ອາຈານສອນຢູ່ວິທະຍາຄານວິທະຍາສາດການທະຫານ. ພາບ: ມາຍຫວູ.

ຕອນບ່າຍມື້ນັ້ນ, ຍາດເວລາພັກຜ່ອນ, ຂ້າພະເຈົ້າ ມາລົມກັບຮ້ອຍໂທ Koutatouka Jurdelein Brown, ຫົວໜ້າທີມກົງໂກ, Koutatouka ແມ່ນນັກວິສະວະກອນແຜນທີ່ວິທະຍາ, ກໍາລັງຮຽນຊຸດຝຶກແອບການທະຫານ ເປັນເວລາ 5 ປີ ຢູ່ລັດເຊຍ. ບັນດາສະມາຊິກໃນທີມກົງໂກ ລ້ວນແຕ່ແມ່ນນັກຮຽນທະຫານ ທີ່ກໍາລັງຮຽນຢູ່ລັດເຊຍ. ເປັນຄັ້ງທໍາອິດເຂົ້າຮ່ວມການແຂ່ງຂັນກິລາການທະຫານສາກົນສະນັ້ນທີມ ກົງໂກ ກໍານົດຢ່າງຈະແຈ້ງຈຸດປະສົງຂອງການແຂ່ງຂັນແມ່ນເພື່ອຮຽນຮູ້, ພົບປະແລກປ່ຽນເປັນຫຼັກ, ຖອດຖອນບົດຮຽນໃຫ້ແກ່ການແຂ່ງຂັນຊຸມປີຕໍ່ໜ້າ. ຜ່ານການແຂ່ງຂັນຄັ້ງນີ້, ບັນດານາຍທະຫານກົງໂກ ກໍມີໂອກາດຝຶກແອບ ແລະນໍາໃຊ້ອາວຸດຍຸດໂທປະກອນຕ່າງໆ,  ເຂົ້າເຖິງວິທະຍາສາດ-ເຕັກໂນໂລຢີທີ່ໝູນໃຊ້ເຂົ້າໃນຂົງເຂດການທະຫານ; ເຕັກນິກ ຍິງປືນ ແລະທັກສະກູ້ຊີບກູ້້ໄພໄດ້ຮັບການຍົກສູງຂຶ້ນ. ເຖິງວ່າຜົນການແຂ່ງຂັນຍັງບໍ່ໄດ້ດີປານໃດກໍຕາມ ແຕ່ເຂົາເຈົ້າຮູ້ສຶກເອກອ້າງທະນົງໃຈ ເພາະວ່າ ເຂົາເຈົ້າ ໄດ້ແຂ່ງຂັນຈົນສຸດຄວາມສາມາດ, ບໍ່ປະລາຍການໃດ, ນັບທັງລາຍການແຂ່ງຂັນຍາກທີ່ສຸດ.

ນີ້ເປັນຄັ້ງທໍາອິດ ທີ່ບັນດານັກກິລາຂອງທີມກົງໂກ ມາປະເທດຫວຽດນາມ. ຄວາມປະທັບໃຈຂອງ Koutatouka ແມ່ນເງື່ອນໄຂກິນຢູ່, ການດໍາລົງຊີວິດຢູ່ທີ່ນີ້ດີຫຼາຍ; ພິເສດບັນດາຄາບເຂົ້າລ້ວນແຕ່ໄດ້ຮັບການກະກຽມຢ່າງຮອບຄອບຖີ່ຖ້ວນ, ເປັນຕາແຊບ, ຫຼາຍເຍື່ອງ, ຖືກປາກ. ນອກຈາກນີ້, ຄະນະຈັດຕັ້ງຍັງຊື້ຊິມໂທລະສັບເຊື່ອມຕໍ່ອິນເຕີແນັດໃຫ້ບັນດານັກກິລາ ເພື່ອໃຫ້ເຂົາເຈົ້າ ຕິດຕໍ່ສື່ສານກັບຄອບຄົວ. ຄຽງຂ້າງນັ້ນ, ສະໜາມຝຶກແອບ ກໍໄດ້ຮັບການສັບຊ້ອນ, ຈັດວາງຢ່າງມີວິທະຍາສາດ, ມີແບບມີແຜນ.

leftcenterrightdel
ທີມ “ກູ້ໄພສຸກເສີນ” ຂອງກົງໂກ ພ້ອມພົນຈັດຕະວາ ລ້າດ້າຍຟອງ ຮອງຫົວໜ້າກົມກູ້ຊີບ-ກູ້ໄພ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ແລະພົນຈັດຕະວາ Subbotin Andrei Nikolaevich ຜູ້ຕາງໜ້າຄະນະຈັດຕັ້ງ Army Games 2022 ຂອງກະຊວງປ້ອງກັນປະເທດ ສະຫະພັນລັດເຊຍ. ພາບ: ມາຍຫວູ.

ໃນໄລຍະດຳເນີນການແຂ່ງຂັນ, ອາກາດຮ້ອນຫຼາຍ, ອຸນຫະພຸມປະມານ 34-35 ອົງສາເຊ ແຕ່ແດດຮ້ອນເຮັດໃຫ້ອາກາດຮ້ອນເອົ້າ. ໃນການຝຶກແອບ, ພະນັກງານຮັບຜິດຊອບດ້ານພະລາທິການຢູ່ສູນຝຶກແອບການທະຫານແຫ່ງຊາດ ເລກ 4 ໄດ້ກະກຽມນໍ້າດື່ມ, ອຸປະກອນຝຶກແອບ, ໝວກ, ເສື້ອກັນຝົນໃຫ້ບັນດານັກກິລາ. ຫົວໜ້າທີມກົງໂກ ສະແດງຄວາມຈັບໃຈເປັນພິເສດຕໍ່ຊຸດເສື້ອກັນຝົນຂອງທະຫານຫວຽດນາມ ຍ້ອນໃຊ້ສະດວກ, ອອກແບບງາມຕາ.

leftcenterrightdel
ທີມ “ກູ້ໄພສຸກເສີນ” ຂອງກົງໂກ ພ້ອມດ້ວຍສະມາຊິກຄະນະຈັດຕັ້ງ ໃນໂອກາດເຂົ້າສຸສານໄວ້ອາໄລ ປະທານ ໂຮ່ຈີມິນ. ພາບ: ໂງຫວຽດຈຸງ.

ບັນດາທີມເພື່ອນ ກໍຮູ້ສຶກປະທັບໃຈຜ່ານການຢ້ຽມຢາມທັດສະນີຍະພາບ  ອ່າວຮະລອງ, ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ແລະເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ, ຜ່ານນັ້ນເຂົ້າໃຈແຈ້ງກວ່າກ່ຽວກັບວັດທະນະທໍາ, ປະຫວັດສາດ, ປະເທດ ແລະປະຊາຊົນຫວຽດນາມ ກໍຄື ວິວັດການສ້າງສາ ແລະປົກປັກຮັກສາປະເທດ, ວິວັດການຕໍ່ສູ້ປົດປ່ອຍ, ຍາດເອົາເອກະລາດແຫ່ງຊາດຂອງປະຊາຊົນຫວຽດນາມ. ເຂົ້າສຸສານໄວ້ອາໄລ ປະທານໂຮ່ຈີມິນ, ສະເທືອນໃຈຕໍ່ອາລົມຈິດເຄົາລົບນັບຖືລຸງໂຮ່ ຂອງປະຊາຊົນຫວຽດນາມ, ນັບແຕ່ຄົນໜຸ່ມຈົນເຖິງຜູ້ເຖົ້າຜູ້ແກ່, ຢູ່ທຸກແຖບຖິ່ນຂອງປະເທດ, Koutatouka ຍິ່ງນິຍົມນັບຖືຜູ້ນໍາຂອງຊາດຫວຽດນາມ ແລະປະທັບໃຈອັນເລິກເຊິ່ງຄວາມເປັນມິດ, ເປີດອົກເປີດໃຈ, ຮັກແຂກແພງຄົນຂອງປະຊາຊົນຢູ່ທີ່ນີ້. ສໍາລັບ Koutatouka, ຮ່າໂນ້ຍ ປະກົດຂຶ້ນຢ່າງສວຍງາມ, ປະເທດຫວຽດນາມ ງາມທີ່ສຸດ. ລາວ ບອກວ່າ “ມີໂອກາດ ຂ້າພະເຈົ້າ ຈະກັບມາຢ້ຽມຢາມຫວຽດນາມ ຢ່າງແນ່ນອນ”.

ໂດຍ: ໄຊຊະນະ