ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດ, ປະທານສະພາປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ; ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ຮອງປະທານສະພາປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ ເຂົ້າຮ່ວມການພົບປະສັງສັນ.

ເຂົ້າຮ່ວມການພົບປະສັງສັນຍັງມີບັນດາສະຫາຍ: ພົນເອກ ຟານວັນຢາງ ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ; ພົນເອກ ໂຕເລິມ ເລຂາຄະນະພັກຕໍາຫຼວດສູນກາງ, ລັດຖະມົນຕີກະຊວງຕໍາຫຼວດ; ພົນເອກ ເລືອງເກື່ອງ ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ.

leftcenterrightdel
ປະທານປະເທດ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ພ້ອມກັບບັນດາສະຫາຍການນໍາຂອງກະຊວງປ້ອງກັນປະເທດ ແລະກະຊວງຕໍາຫຼວດ. ພາບ: ວັນຈຽນ.

ທີ່ການພົບປະສັງສັນ, ທ່ານພົນເອກ ໂຕເລິມ ຢັ້ງຢືນວ່າ ປີ 2022, ກໍາລັງກອງທັບ, ຕໍາຫຼວດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ບັນລຸຜົນງານສໍາຄັນຫຼາຍຢ່າງ; ຍາມໃດກໍ່ກໍາແໜ້ນສະພາບການ, ເປັນເສນາທິການ, ສະເໜີໃຫ້ການນໍາພັກ, ລັດ ຫຼາຍແຜນນະໂຍບາຍ, ມາດຕະການພື້ນຖານ, ຍຸດທະສາດຢ່າງທັນການ ແລະແກ້ໄຂບັນດາກໍລະນີປ້ອງກັນຊາດ, ປ້ອງກັນຄວາມສາຫງົບຢ່າງຖືກຕ້ອງ, ມີໄຫວພິບ, ມີປະສິດທິຜົນ, ປົກປັກຮັກສາເອກະລາດ, ອະທິປະໄຕຜືນແຜ່ນດິນ, ທະເລ, ໝູ່ເກາະຂອງປະເທດຊາດ ໄວ້ຢ່າງໝັ້ນຄົງ, ຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ...

ທ່ານພົນເອກ ໂຕເລິມ ຫວັງວ່າ ໃນໄລຍະຈະມາເຖິງ ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຊີ້ນໍານຳພາຂອງການນໍາພັກ, ລັດ; ການຊ່ວຍເຫຼືອ, ສົມທົບກັນຢ່າງທັນການ, ມີປະສິດທິຜົນຂອງການນໍາກະຊວງປ້ອງກັນປະເທດ, ກໍາມາທິການປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດສໍາລັບວຽກງານຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ກໍ່ສ້າງກໍາລັງຕໍາຫຼວດປະຊາຊົນໃນໄລຍະຈະມາເຖິງ...

ກ່າວຄໍາເຫັນທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ໃນຕະຫຼອດວິວັດການສ້າງຕັ້ງ, ຕໍ່ສູ້ ແລະເຕີບໃຫຍ່ຂະຫຍາຍຕົວ, ກອງທັບປະຊາຊົນ ແລະຕໍາຫຼວດປະຊາຊົນ ຍາມໃດກໍ່ຈົງຮັກພັກດີທີ່ສຸດຕໍ່ກັບພັກ, ລັດ ແລະປະຊາຊົນ; ແມ່ນກໍາລັງທີ່ຫຼັກແຫຼ່ງປົກປັກຮັກສາປະເທດຊາດ, ຄວາມໝັ້ນຄົງແຫ່ງຊາດ, ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຍາມໃດກໍ່ສາມັກຄີ, ສະໜິດຕິດພັນ, ຄຽງບ່າຄຽງໄຫຼ່, ປະຕິບັດສໍາເລັດທຸກໜ້າທີ່ຢ່າງດີເລີດ, ປະກອບສ່ວນສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອສ້າງສາ, ພັດທະນາປະເທດຊາດ, ຮັກສາການດໍາລົງຊີວິດສະຫງົບສຸກຂອງປະຊາຊົນ. ອາລົມຈິດ, ການພົວພັນສະໜິດຕິດພັນ, ຄວາມເຂົ້າໃຈ, ການຊ່ວຍເຫຼືອເຊິ່ງກັນ ແລະກັນຂອງສອງກໍາລັງ ໄດ້ຮັບການຮັກສາ, ພັດທະນານັບມື້ນັບເລິກເຊິ່ງ, ແໜ້ນແຟ້ນ ແລະຮອບດ້ານ.

ທ່ານພົນເອກ ຟານວັນຢາງ ສະແດງຄວາມປາດຖະໜາວ່າ ສາຍພົວພັນມິດຕະພາບລະຫວ່າງກອງທັບປະຊາຊົນ ແລະຕໍາຫຼວດປະຊາຊົນ ນັບມື້ນັບສະໜິດຕິດພັນກັນ ແລະພັດທະນາກວ່າອີກ.

ໂດຍ: ຈາງຫງວຽນ