leftcenterrightdel
ພາບປະກອບຈາກ: Chinhphu.vn

ຕາມນັ້ນແລ້ວ, ບັນດາອົງການ, ກົມກອງ ປະຕິບັດແຜນການເຜີຍແຜ່, ສຶກສາອົບຮົມກົດໝາຍ ໃນກອງທັບປີ 2022 ປະກາດໃຊ້ພ້ອມກັບຂໍ້ຕົກລົງສະບັບເລກທີ 4816/QD-BQP ລົງວັນທີ 31 ທັນວາ 2021 ຂອງລັດຖະມົນຕີກະຊວງປ້ອງກັນປະເທດ ຢ່າງເຂັ້ມງວດ, ຕິດພັນກັບການໂຄສະນາເຜີຍແຜ່ ແລະກໍານົດທິດຄວາມຮູ້ກ່ຽວກັບບັນດາບັນຫາທີ່ຫາງສຽງສັງຄົມເອົາໃຈໃສ່, ຈຸດສຸມແມ່ນຂົງເຂດປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້; ສ່ອງແສງ ແລະແຜ່ຂະຫຍາຍບັນດາປັດໄຈຕັ້ງໜ້າຢ່າງທັນການ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະສ້າງຄວາມເຫັນດີເຫັນພ້ອມໃນບັນດາອົງການ, ກົມກອງ ແລະທົ່ວສັງຄົມ. ຈັດຕັ້ງການໂຄສະນາເຜີຍແຜ່, ຕີລາຄາ 10 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍການເຜີຍແຜ່, ສຶກສາອົບຮົມກົດໝາຍ ແລະຕອບສະໜອງວັນກົດໝາຍຫວຽດນາມ; ປະຕິບັດແຜນຮ່າງ “ເສີມຂະຫຍາຍບົດບາດຂອງກຳລັງກອງທັບທີ່ເຂົ້າຮ່ວມວຽກງານເຜີຍແຜ່, ສຶກສາອົບຮົມກົດໝາຍຢູ່ຂັ້ນຮາກຖານ ໄລຍະ 2021-2027”;...

ໄລຍະຈັດຕັ້ງກິດຈະກໍາຈຸດສຸມແຕ່ວັນທີ 21 ຕຸລາ ຫາ ວັນທີ 21 ພະຈິກ 2022. ຫົວຂໍ້ຂອງວັນກົດໝາຍໃນກອງທັບປີ 2022 ແມ່ນ: ຍົກສູງສະຕິເຄົາລົບກົດໝາຍ, ກໍ່ສ້າງກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”, ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.

ໂດຍ: ທະນາພອນ