leftcenterrightdel
ພົນຕີ ຫງວຽນວັນເຫງັຍ ຢ້ຽມຢາມຮ້ານວາງສະແດງຂອງຄະນະຫວຽດນາມ. ພາບ: qdnd.vn
leftcenterrightdel
ພົນຕີ ຫງວຽນວັນເຫງັຍ ຢ້ຽມຢາມຮ້ານວາງສະແດງຂອງທີມສະຫະພັນລັດເຊຍ. ພາບ: qdnd.vn

ທີ່ພິທີກວດຜ່ານ, ທ່ານ ພົນຕີ ຫງວຽນວັນເຫງັຍ ໄດ້ຮັບຟັງຄຳຫັນປະກອບຂອງບັນດາກໍາລັງເຂົ້າຮ່ວມພິທີເປີດ ແລະພິທີປິດ, ບັນດາຂໍ້ສະເໜີຂອງພາກສ່ວນທີ່ກ່ຽວຂ້ອງ; ພ້ອມທັງຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງນັກສິລະປິນ, ນັກຮົບ, ບັນດາກໍາລັງໜູນຊ່ວຍ... ທີ່ໄດ້ເຂົ້າຮ່ວມວຽກງານຝຶກແອບໃນໄລຍະຜ່ານມາ. ທ່ານ ພົນຕີ ຫງວຽນວັນເຫງັຍ ເນັ້ນໜັກວ່າ ເລື່ອງກະຊວງປ້ອງກັນປະເທດຫວຽດນາມ ເປັນເຈົ້າພາບຈັດຕັ້ງການແຂ່ງຂັນກິລາ “ກູ້ໄພສຸກເສີນ” ໃນຂອບເຂດ Army Games 2022 ມີຄວາມໝາຍແທດຈິງ, ເປັນຈຸດພົ້ນເດັ່ນໃນວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ, ປະກອບສ່ວນເພີ່ມທະວີການພົບປະແລກປ່ຽນ, ຮ່ວມມືມິດຕະພາບລະຫວ່າງກອງທັບ ປະຊາຊົນ ຫວຽດນາມ ກັບກອງທັບບັນດາປະເທດ.

leftcenterrightdel
 
leftcenterrightdel
ພິທີກວດຜ່ານລາຍການສະແດງສິລະປະໃນພິທີເປີດ Army Games 2022 ຢູ່ຫວຽດນາມ.  ພາບ: qdnd.vn

ນອກນີ້, ສະຫາຍຮອງຫົວໜ້າກົມໃຫຍ່ເສນາທິການ ຍັງໄດ້ຮຽກຮ້ອງບັນດາອົງການ, ກົມກອງທີ່ກ່ຽວຂ້ອງ ສືບຕໍ່ກວດຄືນບັນດາຂັ້ນຕອນ, ພິທີການປະຕິບັດໃນພິທີເປີດ ແລະພິທີປິດ Army Games 2022 ຢູ່ ຫວຽດນາມ ເພື່ອຮັບປະກັນໃຫ້ມີຄວາມສະຫງ່າຜ່າເຜີຍ, ກະທັດຮັດ, ແຜ່ຂະຫຍາຍຮູບພາບທີ່ດີງາມກ່ຽວກັບວັດທະນະທໍາ, ມູນເຊື້ອ, ປະເທດຊາດ, ຊາວຫວຽດນາມ ແລະກອງທັບປະຊາຊົນຫວຽດນາມ; ສະເໜີບັນດາກໍາລັງ ສືບຕໍ່ຍາດເວລາຝຶກແອບ, ປັບປຸງບັນດາເນື້ອໃນຕາມຄວາມຮຽກຮ້ອງຕ້ອງການຂອງຄະນະຈັດຕັ້ງ ເພື່ອໃຫ້ພິທີເປີດ ແລະພິທີປິດ Army Games 2022 ຢູ່ຫວຽດນາມ ດໍາເນີນໄປຖືກຕາມແຜນການທີ່ໄດ້ວາງອອກ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມການກວດຜ່ານເນື້ອໃນທີ່ພິທີເປີດ Army Games 2022 ຢູ່ຫວຽດນາມ. ພາບ: qdnd.vn

ປີ 2022 ເປັນປີທີສອງຕິດຕໍ່ກັນ ທີ່ຫວຽດນາມ ເປັນເຈົ້າພາບຈັດການແຂ່ງຂັນກິລາ “ກູ້ໄພສຸກເສີນ” ໃນຂອບເຂດ Army Games. ເຂົ້າຮ່ວມການແຂ່ງຂັນປີນີ້ ຢູ່ຫວຽດນາມ ມີນັກກິລາ 100 ກວ່າຄົນທີ່ມາຈາກບັນດາທີມຂອງ 6 ປະເທດ, ປະກອບມີ: ຫວຽດນາມ, ມຽນມາ, ລັດເຊຍ, ເບລາຣຸດ, ກົງໂກ ແລະມາລີ. ພິທີເປີດ Army Games 2022 ຢູ່ ຫວຽດນາມ ຄາດວ່າຈະຈັດຂຶ້ນໃນວັນທີ 15 ສິງຫາ 2022 ແລະພິທີປິດ Army Games 2022 ຈະຈັດຂຶ້ນໃນວັນທີ 19 ສິງຫາ 2022.

ໂດຍ: ໄຊຊະນະ