leftcenterrightdel
ຈຸດລົດທີ 1 ຂອງທີມລົດຕັງກອງທັບປະຊາຊົນຫວຽດນາມ ເມື່ອເຂົ້າເສັ້ນໄຊ. ພາບ: qdnd.vn
leftcenterrightdel
ຜູ້ຊົມມາເຊຍໃຫ້ທີມລົດຕັງກອງທັບປະຊາຊົນຫວຽດນາມ ຢູ່ສະໜາມຝຶກຊ້ອມ Alabino. ພາບ: qdnd.vn

ທີ່ຮອບຄັດເລືອກ, ທີມລົດຕັງກອງທັບປະຊາຊົນຫວຽດນາມ ແຂ່ງຂັນດ້ວຍລົດຕັງສີຟ້າ ຢູ່ນັດທີ 2 ຂອງສາຍ 1, ພ້ອມກັບທີມຂອງບັນດາປະເທດ ອຸສະເບກິດສະຖານ, ກາຊັກສະຖານ, ເວເນຊູເອລາ. ຕາມຜົນການແຂ່ງຂັນ ໂດຍຄະນະກໍາມະການ ປະກາດ, ຈຸລົດທີ 1 ຂອງທີມລົດຕັງກອງທັບປະຊາຊົນຫວຽດນາມ ໄດ້ສິ້ນສຸດການແຂ່ງຂັນ ດ້ວຍຜົນງານ ຍິງໄດ້ 4/5 ເປົ້າໝາຍ, ໃຊ້ເວລາ 34 ນາທີ 50 ວິນາທີ. ກ່ອນໜ້ານັ້ນ, ທີມລົດຕັງຂອງມົງໂກລີ ແລະທີມລົດຕັງ ອາແຊກໄບຊານ ກໍໄດ້ເຂົ້າຮ່ວມການແຂ່ງຂັນນັດທີ 1 ຂອງສາຍ 1. ໃນວັນທີ 16 ສິງຫາ ແລະວັນທີ 20 ສິງຫາ ຈະມາເຖິງນີ້, ຈຸລົດທີ 2 ແລະຈຸລົດທີ 3 ຂອງທີມລົດຕັງກອງທັບປະຊາຊົນຫວຽດນາມ. ຈະແຂ່ງຂັນຮອບຄັດເລືອກ. ອີງໃສ່ຜົນການແຂ່ງຂັນຢູ່ຮອບຄັດເລືອກຂອງ 3 ຈຸລົດ ຈະເລືອກເອົາ 8 ທີມເຂົ້າຮອບຮອງຊະນະເລີດ.

ກອງທະຫານວັດທະນະທໍາ ແຂ່ງຂັນຄູ່ເສບດົນຕີ

leftcenterrightdel
ລາຍການສະແດງຂອງທີມກອງທະຫານວັດທະນະທໍາກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn

ຕອນບ່າຍວັນທີ 13 ສິງຫາ, ທີ່ຫໍວັດທະນະທໍາຂອງກໍາລັງປະກອບອາວຸດ ສະຫະພັນລັດເຊຍ Frunze, ທີມກອງທະຫານວັດທະນະທໍາກອງທັບປະຊາຊົນຫວຽດນາມ ເລີ່ມແຂ່ງຂັນມື້ທໍາອິດຂອງການແຂ່ງຂັນສະແດງສິລະປະສາກົນ “ກອງທະຫານວັດທະນະທໍາ” ແຂ່ງຂັນຄູ່ເສບດົນຕີ ບົດເພງທີໜຶ່ງ. ການແຂ່ງຂັນນີ້ມີ 10 ປະເທດເຂົ້າຮ່ວມ. ໃນຕອນເຊົ້າຂອງວັນທີ 14 ສິງຫາ, ທີມກອງທະຫານວັດທະນະທໍາ ຈະແຂ່ງຂັນຄູ່ເສບດົນຕີບົດເພງທີ 2 ແລະຕອນບ່າຍວັນດຽວກັນ ຈະແຂ່ງຂັນຮ້ອງເພງດ່ຽວ ບົດເພງທີໜຶ່ງ.

ເຮືອນຄົວສະໜາມ ແຂ່ງຂັນຍິງປືນ

leftcenterrightdel
ທີມເຮືອນຄົວສະໜາມກອງທັບປະຊາຊົນຫວຽດນາມ ກຽມຄວາມພ້ອມໃຫ້ແກ່ລາຍການແຂ່ງຂັນຍິງປືນ. ພາບ: qdnd.vn

ໃນວັນດຽວກັນ, ຢູ່ສະໜາມຝຶກຊ້ອມ Forish ສັງກັດແຂວງ Jizzakh ຂອງອຸສະເບກິດສະຖານ, ທີມເຮືອນຄົວສະໜາມກອງທັບປະຊາຊົນ ຫວຽດນາມ ໄດ້ເຂົ້າຮ່ວມການແຂ່ງຂັນໄລຍະທໍາອິດແມ່ນຍິງປືນ. ເຂົ້າຮ່ວມການແຂ່ງຂັນ “ເຮືອນຄົວສະໜາມ” ຢູ່ Army Games 2022 ມີ 5 ທີມ, ປະກອບມີ: ລັດເຊຍ, ຫວຽດນາມ, ອຸສະເບກິດສະຖານ, ເບລາຣຸດ ແລະຕາຈິກິດສະຖານ. ລາຍການແຂ່ງຂັນ ປະກອບມີ 3 ໄລຍະ: ຍິງປືນ ເພື່ອກວດກາຄວາມສາມາດກຽມພ້ອມສູ້ຮົບຂອງບັນດາໜ່ວຍແຕ່ງກິນ; ແຂ່ງຂັນແຕ່ງກິນ ແລະປີ້ງເຂົ້າໜົມຕາມຫຼັກສູດເລືອກເອົາເອງ; ການແຂ່ງ ຂັນແຕ່ງກິນ ແລະປີ້ງເຂົ້າໜົມຕາມຫຼັກສູດ ໂດຍຄະນະຈັດຕັ້ງ ກໍານົດ. ຕາມຜົນການແຂ່ງຂັນ ໂດຍຄະນະຈັດຕັ້ງ ປະກາດໃນຕອນບ່າຍວັນທີ 13 ສິງຫາ (ຕາມເວລາຫວຽດນາມ), ທີມເຮືອນຄົວສະໜາມຫວຽດນາມ ຢືນອັນດັບ 2 ທົ່ວຄະນະ ໃນການແຂ່ງຂັນຍິງປືນ. ວັນທີ 16 ສິງຫາ ຈະມາເຖິງ, ທີມເຮືອນຄົວສະໜາມ ຈະແຂ່ງຂັນໄລຍະຕໍ່ໄປ.

ຂອບໃຈກໍາລັງແພດທະຫານຫວຽດນາມ   

ວັນທີ 13 ສິງຫາ, ໂດຍໄດ້ຮັບຂ່າວວ່າ ວາທີ Andrei Zhukov ນັກກິລາຂອງສະຫະພັນລັດເຊຍ ໄດ້ຮັບບາດເຈັບໃນການຝຶກຊ້ອມຢູ່ສະໜາມຝຶກຊ້ອມການແຂ່ງຂັນ “ກູ້ໄພສຸກເສີນ” ໃນຂອບເຂດ Army Games 2022 ຢູ່ຫວຽດນາມ, ກໍາລັງແພດທະຫານຫວຽດນາມ ໄດ້ດໍາເນີນການປະຖົມພະຍາບານ, ປິ່ນປົວຢູ່ໂຮງໝໍສູນກາງກອງທັບ 108 ຢ່າງທັນການ. ທ້າວ Zhukov ໄດ້ສະແດງຄວາມຂອບໃຈກໍາລັງແພດທະຫານຫວຽດນາມ ທີ່ໄດ້ເບິ່ງແຍງດູແລ, ປິ່ນປົວຢ່າງໝົດຈິດໝົດໃຈ, ພ້ອມທັງຫວັງວ່າ ຈະກັບຄືນສະໜາມຝຶກຊ້ອມໂດຍໄວ ເພື່ອມາຊົມມາເຊຍບັນດາທີມແຂ່ງຂັນ.

ໂດຍ: ໄຊຊະນະ