“ກອງທະຫານວັດທະນະທໍາ” ສົມທົບກັນຫັດແອບ ແລະສະແດງ

ວັນທີ 9 ສິງຫາ, ທີມ “ກອງທະຫານວັດທະນະທໍາ” ກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມການປະຊຸມຂອງບັນດາຫົວໜ້າຄະນະ ແລະກໍາມະການ. ໃນຊຸມວັນຜ່ານມາ, ທີມ “ກອງທະຫານວັດທະນະທໍາ” ໄດ້ເຂົ້າຮ່ວມການຫັດແອບ, ພ້ອມທັງສະແດງຢູ່ບາງກົມກອງສັງກັດກະຊວງປ້ອງກັນປະເທດລັດເຊຍ ແລະສະແດງໃນພິທີຈົກສະຫຼາກລາຍການແຂ່ງຂັນ “ລົດຕັງເຄື່ອນທີ່”.

leftcenterrightdel
ທີມ “ກອງທະຫານວັດທະນະທໍາ” ຫວຽດນາມ ພ້ອມກັບທີມບັນດາປະເທດຢູ່ກົມກອງໜຶ່ງຂອງກະຊວງປ້ອງກັນປະເທດ ລັດເຊຍ. ພາບ: qdnd.vn

ທີມສິລະປະວັດທະນະທໍາກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມການແຂ່ງຂັນສະແດງສິລະປະສາກົນ “ກອງທະຫານວັດທະນະທໍາ” ທີ່ Army Games 2022 ມີສະມາຊິກ 16 ຄົນ, ໃນນັ້ນມີ 11 ຄົນຈະແຂ່ງຂັນທາງການ. ຕາມແຜນການ, ທີມ “ກອງທະຫານວັດທະນະທໍາ” ຈະເລີ່ມແຂ່ງຂັນແຕ່ວັນທີ 13 ສິງຫາ.

ທີມ “ບຸກທະລຸພິເສດ” ຫັດແອບການຍິງປືນ

ວັນທີ 9 ສິງຫາ, ທີມ “ບຸກທະລຸພິເສດ” ດໍາເນີນການຫັດແອບຍິງປືນໃນເວລາລໍຖ້າການຈົກສະຫຼາກແຂ່ງຂັນ. ທີມ “ບຸກທະລຸພິເສດ” ຂອງຫວຽດນາມ ປະກອບມີນັກຮຽນທະຫານ 12 ຄົນທີ່ກໍາລັງຮໍ່າຮຽນຢູ່ວິທະຍາຄານທະຫານອາກາດ Zhukovsky ຢູ່ນະຄອນ Voronezh, ທາງທິດໃຕ້ນະຄອນຫຼວງມົດສະກູ. ເຂົ້າຮ່ວມການແຂ່ງຂັນລາຍການນີ້, ນອກຈາກທີມຫວຽດນາມ ແລ້ວຍັງມີ 8 ທີມອື່ນຕື່ມອີກ, ຄື: ລັດເຊຍ, ເບລາຣຸດ, ກໍາປູເຈຍ, ອັບຄາເຊຍ, ມາລີ, ກົງໂກ, ຊິມບາເວ ແລະຕາຈິກິດສະຖານ. ບັນດາທີມຈະແຂ່ງຂັນ 3 ລາຍການ ນັ້ນແມ່ນຂົນສົ່ງເຄື່ອນທີ່, ຕໍ່ກໍາລັງແຮງ ແລະເຂົ້າເສັ້ນໄຊ. ປີນີ້ແມ່ນປີທໍາອິດທີ່ ຄະນະນັກກິລາກອງທັບປະຊາຊົນຫວຽດນາມ ສົ່ງນັກກິລາເຂົ້າຮ່ວມລາຍການແຂ່ງຂັນ “ບຸກທະລຸພິເສດ”. ຄາດວ່າ ພິທີຈົກສະຫຼາກແຂ່ງຂັນລາຍການນີ້ຈະຈັດຂຶ້ນໃນວັນທີ 13 ສິງຫາ ຈະມາເຖິງ.

ທີມ “ເສັ້ນແວງ” ລໍຖ້າວັນແຂ່ງຂັນ

ກໍໃນວັນທີ 9 ສິງຫາ, ທີມ “ເສັ້ນແວງ” ຂອງຫວຽດນາມ ສືບຕໍ່ຈັດຕັ້ງການຫັດແອບເພື່ອກະກຽມແຂ່ງຂັນ ພ້ອມກັບ 6 ທີມ, ຄື: ລັດເຊຍ, ຈີນ, ອຸສະເບກິດສະຖານ, ເບລາຣຸດ, ກາຊັກສະຖານ ແລະອາກເມນີ. ສະຖານທີ່ຈັດລາຍການແຂ່ງຂັນ “ເສັ້ນແວງ” ແມ່ນຢູ່ສະໜາມຫັດແອບ Amandyk, ຂຶ້ນກັບແຂວງ Shchuchinsk ຂອງກາຊັກສະຖານ.

leftcenterrightdel
ທີມ “ເສັ້ນແວງ” ຂອງຫວຽດນາມ ຫັດແອບການຍິງປືນ. ພາບ: qdnd.vn

ຕາມແຜນການ, ທີມ “ເສັ້ນແວງ” ກອງທັບປະຊາຊົນຫວຽດນາມ ຈະແຂ່ງຂັນໃນວັນທີ 15 ສິງຫາ (ຍິງປືນ), ວັນທີ 17 ສິງຫາ (ຊອກຈຸດພິກັດ) ແລະ ວັນທີ 19 ສິງຫາ (ຕໍ່ກໍາລັງແຮງພູມີປະເທດ).

ນອກນີ້, ບັນດາທີມອື່ນຂອງກອງທັບປະຊາຊົນຫວຽດນາມ ຄື ຕໍ່ກໍາລັງແຮງເສນາຮັກ (ແຂ່ງຂັນຢູ່ສະຫະພັນລັດເຊຍ), ທັກສະຊໍານານ (ເບລາຣຸດ), ທີມຍິງປືນ (Sniper) (ກາຊັກສະຖານ), ສະຖານທີ່ປອດໄພ (ອຸສະເບກິດສະຖານ) ແລະເຮືອນຄົວກາງສະໜາມ (ອຸສະເບກິດສະຖານ) ທີມຕ່າງໆເຫຼົ່ານັ້ນ ກໍາລັງຕັ້ງໜ້າກະກຽມຮອບດ້ານ ສົມທົບກັບການຫັດແອບ ເພື່ອກຽມຈິດໃຈກ້າວເຂົ້າສູ່ການແຂ່ງຂັນ. 

ໂດຍ: ໄຊຊະນະ