ພິທີສົ່ງທີມຍິງປືນ (Sniper) ແລະທີມ “ກູ້ໄພສຸກເສີນ” ເຂົ້າຮ່ວມງານແຂ່ງຂັນກິລາການທະຫານສາກົນ ປີ 2022
ກປ.ອອນໄລ - ຕອນເຊົ້າວັນທີ 3 ສິງຫາ, ທີ່ສູນຝຶກແອບການທະຫານແຫ່ງຊາດ ທີ 4 ໄດ້ຈັດພິທີສົ່ງທີມຍິງປືນ (Sniper) ແລະ ທີມ “ກູ້ໄພສຸກເສີນ” ເຂົ້າຮ່ວມງານແຂ່ງຂັນກິລາການທະຫານສາກົນ (Army Games) ປີ 2022.
ທ່ານພົນຈັດຕະວາ ທ໊າຍວັນມິງ ຫົວໜ້າກົມອົບຮົມ (ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ), ຮອງຫົວໜ້າຄະນະຊີ້ນໍາການແຂ່ງຂັນ, ກະຊວງປ້ອງກັນປະເທດ ເປັນປະທານພິທີ.
    |
 |
ພົນຈັດຕະວາ ທ໊າຍວັນມິງ ມອບທຸງຊາດໃຫ້ບັນດາທີມ. ພາບ: qdnd.vn |
ທີ່ພິທີ, ຜູ້ຕາງໜ້າຄະນະຈັດຕັ້ງ ໄດ້ປະກາດຈົດໝາຍຂອງລັດຖະມົນຕີກະຊວງປ້ອງກັນປະເທດ ທີ່ປຸກລະດົມກໍາລັງໃຈບັນດາທີມເຂົ້າຮ່ວມການແຂ່ງຂັນ. ຕາງໜ້າຄູ່ຝຶກ, ນັກກິລາບັນດາທີມຍິງປືນ (Sniper) ແລະທີມ “ກູ້ໄພສຸກເສີນ” ທີ່ເຂົ້າຮ່ວມ Army Games 2022, ພັນໂທ ດ່າວຈ້ອງຫວິ້ງ ຫົວໜ້າທີມຍິງປືນ (Sniper) ໄດ້ຢັ້ງຢືນຄວາມຕັດສິນໃຈຈະມານະພະຍາຍາມຍາດໄດ້ຜົນງານສູງສຸດທີ່ການແຂ່ງຂັນປີນີ້.
ປີ 2022 ເປັນປີທີ 5 ທີ່ ຫວຽດນາມ ເຂົ້າຮ່ວມ Army Games. ສະນັ້ນ, ບັນດາອົງການ, ກົມກອງ ໄດ້ຖອດຖອນບົດຮຽນຫຼາຍຢ່າງໃນວຽກງານກະກຽມ ແລະຝຶກແອບທີມເຂົ້າຮ່ວມການແຂ່ງຂັນ. ມາຮອດປັດຈຸບັນ, ບາງທີມຂອງກອງທັບປະຊາຊົນຫວຽດນາມ ໄດ້ເດີນທາງໄປລັດເຊຍ ແລະບັນດາປະເທດເປັນເຈົ້າພາບຈັດການແຂ່ງຂັນ ເພື່ອກະກຽມເຂົ້າຮ່ວມ Army Games 2022.
ໂດຍ: ໄຊຊະນະ