ທ່ານພົນຕີ ຮວີງຈຽນຖັງ ເນັ້ນໜັກວ່າ ຫວຽດນາມ ຖືເປັນສໍາຄັນ ແລະຍາມໃດກໍ່ສະຫງວນບຸລິມະສິດໃຫ້ແກ່ການປັບປຸງ, ເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານກັບລາວ. ທ່ານພົນຕີ ຮວີງຈຽນຖັງ  ຕີລາຄາສູງຕໍ່ຄວາມມານະພະຍາຍາມຜັນຂະຫຍາຍການຮ່ວມມືລະຫວ່າງສະຖາບັນຍຸດທະສາດກະຊວງປ້ອງກັນປະເທດຫວຽດນາມ ແລະກົມວິທະຍາສາດ-ປະຫວັດສາດການທະຫານລາວ ໃນໄລຍະຜ່ານມາ, ທ່ານພົນຕີ ຮວີງຈຽນຖັງ ສະແດງຄວາມປາດຖະໜາຢາກໃຫ້ສອງອົງການສືບຕໍ່ສົມທົບກັນ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດແລກປ່ຽນຄະນະຜູ້ແທນ, ກໍ່ສ້າງ, ຝຶກອົບຮົມພະນັກງານ, ຄົ້ນຄວ້າຫົວເລື່ອງວິທະຍາສາດຢ່າງແໜ້ນແຟ້ນກວ່າອີກ.

leftcenterrightdel
ທ່ານພົນຕີ ຮວີງຈຽນຖັງ ຕ້ອນຮັບທ່ານພົນຈັດຕະວາ ວຽງໄຊ ສົມວິຈິດ. ພາບ: qdnd.vn

ທ່ານພົນຈັດຕະວາ ວຽງໄຊ ສົມວິຈິດ ໄດ້ລາຍງານກັບທ່ານພົນຕີ ຮວີງຈຽນຖັງ ກ່ຽວກັບໝາກຜົນຂອງການເຮັດວຽກກັບສະຖາບັນຍຸດທະສາດກະຊວງປ້ອງກັນປະເທດຫວຽດນາມ ໃນວັນດຽວກັນ; ເນັ້ນໜັກເຖິງບັນດາໝາກຜົນຂອງການຮ່ວມມືທີ່ບັນລຸໃນໄລຍະຜ່ານມາລະຫວ່າງສອງອົງການກໍ່ຍ້ອນໄດ້ຮັບຄວາມເອົາໃຈໃສ່, ການຊີ້ນໍາຢ່າງໃກ້ຊິດຕິດແທດຂອງການນໍາກະຊວງປ້ອງກັນປະເທດສອງປະເທດ.

ໃນວັນດຽວກັນ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນກົມວິທະຍາສາດ-ປະຫວັດສາດການທະຫານລາວ ນໍາໂດຍທ່ານພົນຈັດຕະວາ ວຽງໄຊ ສົມວິຈິດ ໄດ້ມີການເຮັດວຽກກັບຄະນະຜູ້ແທນສະຖາບັນຍຸດທະສາດກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນຈັດຕະວາ ຮສຈ.ປອ ຫວູເກືອງກວຽດ ຫົວໜ້າສະຖາບັນ.

ໂດຍ: ຈາງຫງວຽນ