leftcenterrightdel
ບັນດາຂອງຂວັນຊ່ວຍໃຫ້ພວກນ້ອງມີເງື່ອນໄຂຮໍ່າຮຽນໄດ້ດີກວ່າ. ພາບ: ຫງວຽນດ້າມ.

ນີ້ແມ່ນການເຄື່ອນໄຫວກຸສົນສຸດທ້າຍໃນ 12 ກິດຈະກໍາເຄື່ອນໄຫວລະຫວ່າງທະຫານ ແລະປະຊາຊົນ (CIMIC) ໃນຕະຫຼອດກວ່າໜຶ່ງປີຜ່ານມາຂອງໂຮງໝໍສະໜາມຂັ້ນ 2 ເລກ 3, ເພື່ອແນໃສ່ໜູນຊ່ວຍຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນເດີມ. ການເຄື່ອນໄຫວດັ່ງກ່າວ ໄດ້ປະຕິບັດກ່ອນທີ່ໂຮງໝໍສະໜາມຂັ້ນ 2 ເລກ 3 ກະກຽມເດີນທາງກັບຄືນປະເທດ ພາຍຫຼັງສິ້ນສຸດອາຍຸການ ແລະມອບຮັບພາລະກໍາໃຫ້ແກ່ໂຮງໝໍສະໜາມຂັ້ນ 2 ເລກ 4. ນອກຈາກຂອງຂວັນທີ່ເປັນປື້ມຂຽນ, ສໍ, ປາກກາ ທີ່ໄດ້ມອບໃຫ້ພວກນ້ອງນັກຮຽນທີ່ປະສົບຄວາມຫຍຸ້ງຍາກ, ມານະພະຍາຍາມບືນຕົວຂຶ້ນໃນການຮໍ່າຮຽນແລ້ວ, ສອງໂຮງໝໍ ຍັງໄດ້ມອບຜ້າອັດປາກອັດດັງຈໍານວນ 350 ອັນ ແລະຕັ່ງໂຕະ 20 ຊຸດໃຫ້ໂຮງຮຽນ. ນີ້ແມ່ນຄັ້ງທີສອງທີ່ແພດທະຫານໝວກເບເລສີຟ້າ ຫວຽດນາມ ກັບມາໂຮງຮຽນ Liech, ພາຍຫຼັງການຢ້ຽມຢາມເທື່ອທຳອິດ ໃນເດືອນມິຖຸນາ ປີ 2021 ທີ່ນໍາເອົາຂອງຂວັນທີ່ມີຄວາມໝາຍແທດຈິງມາຊ່ວຍໃຫ້ພວກນ້ອງມີເງື່ອນໄຂຮໍ່າຮຽນໄດ້ດີກວ່າ. ໂອກາດນີ້, ແພດໝໍໝວກເບເລສີຟ້າຫວຽນາມ ໄດ້ປູກຕົ້ນໄມ້ 20 ຕົ້ນທີ່ເອົາຈາກກົມກອງ ເພື່ອນໍາເອົາພະລັງຊີວິດ ແລະຄວາມສົດໃສໃໝ່ມາໃຫ້ໂຮງຮຽນ.

ໂດຍ: ໄຊຊະນະ