ຜົນການກວດກາສະແດງໃຫ້ເຫັນວ່າ ກອງພັນ 1 ເວົ້າສະເພາະ, ກອງພົນນ້ອຍ 144 ເວົ້າລວມຍາມໃດກໍ່ຊາບຊຶມ, ຜັນຂະຫຍາຍບັນດາມະຕິ, ຄຳສັ່ງຊີ້ນໍາຂອງຂັ້ນເທິງກ່ຽວກັບວຽກງານການທະຫານ ແລະການປ້ອງກັນຊາດ, ຮັກສາແບບແຜນ, ລະບອບກຽມພ້ອມສູ້ຮົບ; ກວດກາ, ປັບປຸງ, ເພີ່ມເຕີມ ແລະຝຶກແອບບັນດາວິທີການຢ່າງຊໍານິຊໍານານເປັນປະຈຳ...

leftcenterrightdel
 
leftcenterrightdel
ທ່ານພົນຕີ ຟຸ່ງສີ໊ເຕິນ ກວດກາວຽກງານຝຶກແອບ, ກຽມພ້ອມສູ້ຮົບຢູ່ກອງພັນ 1, ກອງພົນນ້ອຍ 144. ພາບ: qdnd.vn.

ທ່ານພົນຕີ ຟຸ່ງສີ໊ເຕິນ ຮັບຮູ້ ແລະຍ້ອງຍໍຊົມເຊີຍຕໍ່ຜົນງານພົ້ນເດັ່ນທີ່ກົມກອງບັນລຸໄດ້, ພ້ອມທັງຮຽກຮ້ອງໃຫ້ກອງພັນ 1 ຈົ່ງຮັກສາລະບອບປະຈຳການກຽມພ້ອມສູ້ຮົບເປັນປະຈໍາຢ່າງເຂັ້ມງວດ ແລະເພີ່ມທະວີໃນໄລຍະດໍາເນີນ ຊີເກມ ຄັ້ງທີ 31 ກໍ່ຄືປົກປັກຮັກສາຄວາມປອດໄພໃນວັນບຸນ,  ເຫດການການເມືອງທີ່ສຳຄັນຍິ່ງຂອງພັກ, ປະເທດຊາດ ແລະກອງທັບ. ພ້ອມກັບການເອົາໃຈໃສ່ລາດຕະເວນ ແລະເວນຍາມຮັບປະກັນຄວາມປອດໄພໃຫ້ບັນດາເປົ້າໝາຍຮັບຜິດຊອບໜ້າທີ່ຢ່າງເດັດຂາດນັ້ນ, ກົມກອງຕ້ອງເອົາໃຈໃສ່ຄວບຄຸມການທະຫານຢູ່ບໍລິເວນທີ່ໄດ້ຮັບມອບໝາຍ, ສົມທົບກັບບັນດາກົມກອງທີ່ກ່ຽວຂ້ອງຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນ...

ໂດຍ: ທະນາພອນ