leftcenterrightdel
ພົນເອກ ຟານວັນຢາງ ເປັນປະທານກອງປະຊຸມການນໍາກະຊວງປ້ອງກັນປະເທດ ເດືອນ 1-2022. ພາບ: ຮວ່າງຮ່າ.

ກອງປະຊຸມຕີລາຄາວ່າ ເດືອນ 1-2022, ຄະນະປະຈໍາຄະນະພັກການທະຫານສູນກາງ, ການນໍາກະຊວງປ້ອງກັນປະເທດ ໄດ້ຊີ້ນໍາ, ນໍາພາທົ່ວກອງທັບ ຜັນຂະຫຍາຍໜ້າທີ່ການທະຫານ, ການປ້ອງກັນຊາດຢ່າງຄົບຊຸດ, ຂ້ຽວຂາດ, ປະຕິບັດສໍາເລັດຢ່າງຮອບດ້ານ.

leftcenterrightdel
ພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ປະທານກອງປະຊຸມ. ພາບ: ຮວ່າງຮ່າ.

ພົ້ນເດັ່ນແມ່ນວຽກງານປະຈໍາການກຽມພອມສູ້ຮົບ; ອົບຮົມຫັດແອບ, ບໍາລຸງສ້າງ; ປ້ອງກັນ, ຕ້ານພະຍາດໂຄວິດ-19... ໃນເດືອນ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງທະຫານ ໄດ້ຮັບການຮັກສາ; ດ້ານການເມືອງ, ແນວຄິດໃນທົ່ວກອງທັບເປັນປົກກະຕິດີ, ມີເຈດຈໍານົງຕັດສິນໃຈສູງ, ພ້້ອມແລ້ວທີ່ຈະຮັບ ແລະປະຕິບັດໃຫ້ສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.

leftcenterrightdel
 
leftcenterrightdel
ບັນດາສະຫາຍການນໍາກະຊວງປ້ອງກັນປະເທດ ເຂົ້າຮ່ວມກອງປະຊຸມ. ພາບ: ຮວ່າງຮ່າ.

ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ, ພ້ອມກັບການຢັ້ງຢືນ ແລະເຮັດແຈ້ງໝາກຜົນຊີ້ນໍາ, ນໍາພາຂອງຄະນະປະຈໍາຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ພົນເອກ ຟານວັນຢາງ ໄດ້ເນັ້ນໜັກເຖິງບັນດາໜ້າທີ່ຈຸດສຸມທີ່ຄວນສຸມໃສ່ຊີ້ນໍາ, ນໍາພາປະຕິບັດຢ່າງຂ້ຽວຂາດໃນເດືອນ 2-2022, ເຊັ່ນ: ວຽກງານປະຈໍາການກຽມພ້ອມສູ້ຮົບ; ການກໍາແໜ້ນສະພາບການ, ຄາດຄະເນ, ເປັນເສນາທິການແກ້ໄຂບັນດາກໍລະນີ, ປ້ອງກັນຢ່າງປອດໄພໃນໂອກາດບຸນປີໃໝ່ປະຈໍາຊາດປີຂານ 2022; ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19; ໜ້າທີ່ມອບຮັບນັກຮົບໃໝ່ປີ 2022 ແລະກະກຽມ, ຜັນຂະຫຍາຍການເປີດບັ້ນອົບຮົມຫັດແອບ; ວຽກງານຮັບປະກັນດ້ານພະລາທິການ, ເຕັກນິກໃຫ້ແກ່ບັນດາໜ້າທີ່ປົກກະຕິ ກໍຄື ວຽກງານທີ່ເກີດຂຶ້ນໂດຍບັງເອີນ.

ໂດຍ: ໄຊຊະນະ