ທ່ານພົນໂທ ຮວ່າງຊວນຈ໊ຽນ ເຊື່ອໝັ້ນວ່າທ່ານພັນເອກ Eugene Vincent Jeoffrey Dudley ຈະປະສົບຜົນສຳເລັດໃນອາຍຸການຂອງຕົນ, ປະກອບສ່ວນປັບປຸງ, ຊຸກຍູ້ການພົວພັນຄູ່ຮ່ວມມື, ພັດທະນາ ແລະການພົວພັນຄູ່ຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດຫວຽດນາມ-ອາຟຣິກາໃຕ້. ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ໃນຂົງເຂດປ້ອງກັນຊາດ, ອາຟຣິກາໃຕ້ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ມີປະສິດທິຜົນຂອງຫວຽດນາມ. ບົນພື້ນຖານຂໍ້ຕົກລົງກ່ຽວກັບການພົວພັນໃນຂົງເຂດປ້ອງກັນຊາດທີ່ກະຊວງປ້ອງກັນ ປະເທດສອງປະເທດໄດ້ເຊັນເມື່ອປີ 2006, ສອງຝ່າຍໄດ້ຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດ, ໂດຍສະເພາະແມ່ນໃນບັນດາຂົງເຂດ: ແລກປ່ຽນຄະນະຜູ້ແທນ, ປຶກສາຫາລື-ສົນທະນາ, ອຸດສາຫະກໍາປ້ອງກັນຊາດ, ບໍາລຸງສ້າງ, ປົກປັກຮັກສາຄວາມໝັ້ນຄົງ, ພະລາທິການ ແລະເສນາຮັກ, ຄວາມໝັ້ນຄົງແບບໃໝ່, ໃນນັ້ນມີການປ້ອງກັນ, ຕ້ານພະຍາດໂຄວິດ-19...

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລກປ່ຽນກັບທ່ານພັນເອກ Eugene Vincent Jeoffrey Dudley. ພາບ: Qdnd.vn

ສ່ວນທ່ານພັນເອກ Eugene Vincent Jeoffrey Dudley ປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ໃນນັ້ນອາຟຣິກາໃຕ້ ກຽມພ້ອມໃຫ້ການຮ່ວມມືໃນຂົງເຂດບໍາລຸງສ້າງພະນັກງານ, ໂດຍສະເພາະແມ່ນບໍາລຸງສ້າງພາສາອັງກິດ, ຮ່ວມມືດ້ານພະລາທິການ, ເສນາຮັກ.

ໂດຍ: ໄຊນີດາ