ຮອງລັດຖະມົນຕີ ຫວູ້ຫາຍສານ ລົງກວດກາວຽກງານກຽມພ້ອມສູ້ຮົບ ແລະອວຍພອນບຸນເຕັດຢູ່ທະຫານເຂດ 3
ກປ.ອອນໄລ - ວັນທີ 18 ມັງກອນ, ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດ ໂດຍທ່ານພົນໂທ ຫວູ້ຫາຍສານ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນຫົວໜ້າຄະນະໄດ້ລົງກວດກາວຽກງານກຽມພ້ອມສູ້ຮົບ ແລະມອບຂອງຂວັນ, ອວຍພອນບຸນເຕັດຢູ່ກອງບັນຊາການທະຫານເຂດ 3 ພ້ອມກັບບາງອົງການ, ກົມກອງໃນບໍລິເວນທະຫານເຂດ, ລວມມີ: ກອງບັນຊາການທະຫານນະຄອນຫາຍຟ່ອງ; ກອງບັນຊາການທະຫານ ແລະກອງບັນຊາການທະຫານຊາຍແດນແຂວງນາມດິ້ງ; ບໍລິສັດ X20 ນາມດິ້ງ ຈຳກັດຜູ້ດຽວ (ກົມໃຫຍ່ພະລາທິການ).
    |
 |
ທ່ານພົນໂທ ຫວູ້ຫາຍສານ ມອບຂອງຂວັນ, ອວຍພອນບຸນເຕັດໃຫ້ພະນັກງານ, ພາລະກອນ, ນັກຮົບກອງບັນຊາການທະຫານນະຄອນຫາຍຟ່ອງ. ພາບ: ງອກເຮີນ. |
ທີ່ບັນດາອົງການ, ກົມກອງ, ພາຍຫຼັງກວດກາ ແລະຮັບຟັງການລາຍງານ, ທ່ານພົນໂທ ຫວູ້ຫາຍສານ ຊົມເຊີຍຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ແລະບັນດາໝາກຜົນທີ່ພະນັກງານ, ພາລະກອນ, ນັກຮົບບັນລຸໄດ້; ພ້ອມທັງຮຽກຮ້ອງໃຫ້ການນໍາ, ຜູ້ບັນຊາການບັນດາອົງການ, ກົມກອງສືບຕໍ່ຊາບຊຶມບັນດາມະຕິຕົກລົງ, ຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ; ສຸມໃສ່ຊີ້ນໍາ, ນໍາພາ, ຜັນຂະຫຍາຍຈັດຕັ້ງປະຕິບັດບັນດາໜ້າທີ່ຢ່າງມີໄຊ. ພິເສດ, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີຂານ 2022 ຕ້ອງສຸມໃສ່ຮັກສາລະບອບເວນຍາມກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ກໍາແໜ້ນສະພາບການທຸກດ້ານ, ເປັນເສນາທິການຢ່າງທັນການ, ແກ້ໄຂບັນດາກໍລະນີໃຫ້ເປັນຢ່າງດີ, ເພື່ອບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງໃຫ້ໝັ້ນຄົງ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນບໍລິເວນ. ເອົາໃຈໃສ່ຮັບປະກັນບັນດາລະບອບ, ນະໂຍບາຍໃຫ້ເປັນຢ່າງດີ; ຈັດຕັ້ງໃຫ້ທະຫານຕ້ອນຮັບບຸນເຕັດຢ່າງລອບຄອບ, ຫຼິ້ນບຸນໃນລະດູບານໃໝ່ໃຫ້ປອດໃສ, ປອດໄພ, ປະຢັດ, ກຽມພ້ອມສູ້ຮົບສູງ. ສືບຕໍ່ປະຕິບັດວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ເປັນຢ່າງດີ...
ໂດຍ: ຈາງຫງວຽນ