ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນຳ, ທ່ານ ເຈິ່ນກວາງເຝືອງ ຮອງປະທານສະພາແຫ່ງຊາດ ຫວນຄືນບັນດາຜົນງານພົ້ນເດັ່ນຂອງກໍາມາທິການປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ. ນັ້ນແມ່ນບັນດາຜົນງານສໍາຄັນທີ່ສຸດ, ສະແດງໃຫ້ເຫັນຄວາມມານະພະຍາຍາມ, ຈິດໃຈຮັບຜິດຊອບ, ແກ້ໄຂຄວາມຫຍຸ້ງຍາກ, ຄວາມສາມັກຄີ, ເຫັນດີເປັນເອກະພາບໃນກໍາມາທິການ; ການຊີ້ນໍາ, ບໍລິຫານທີ່ມີປະສິດທິຜົນຂອງຄະນະປະຈໍາກໍາມາທິການພ້ອມກັບຄວາມມານະພະຍາຍາມສູງສຸດຂອງຖັນແຖວພະນັກງານ, ລັດຖະກອນກົມປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ. ຕາງໜ້າຄະນະປະຈໍາສະພາແຫ່ງຊາດທ່ານ ເຈິ່ນກວາງເຝືອງ ຮັບຮູ້, ຕີລາຄາສູງຜົນງານຕ່າງໆເຊິ່ງກໍາມາທິການປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບທີ່ບັນລຸໄດ້ໃນປີ 2021.

leftcenterrightdel
ທ່ານ ເຈິ່ນກວາງເຝືອງ ຮອງປະທານສະພາແຫ່ງຊາດ. ພາບ: Qdnd.vn

ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນພື້ນຖານຂອງຮ່າງບົດລາຍງານ ແລະຄໍາຄິດເຫັນປຶກສາຫາລືທີ່ກອງປະຊຸມ, ໃນໄລຍະຈະມາເຖິງ, ທ່ານ ເຈິ່ນກວາງເຝືອງ ສະເໜີກໍາມາທິການສືບຕໍ່ຊາບຊຶມຢ່າງຄົບຖ້ວນ ແລະຈັດຕັ້ງປະຕິບັດບັນດາມະຕິຂອງພັກ, ຂໍ້ກຳນົດກົດລະບຽບຂອງລັດຖະທຳມະນູນໃນການຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ໃຫ້ມີປະສິດທິຜົນ; ເຄົາລົບ  ແລະປະຕິບັດຂໍ້ກຳນົດກົດລະບຽບກົດໝາຍໃນການສືບສວນ, ຮັບເອົາ, ອະພິປາຍ, ປັບປຸງແຜນຮ່າງ, ໂຄງການຢ່າງເຂັ້ມງວດ; ປ່ຽນແປງໃໝ່, ເພີ່ມທະວີປະສິດທິຜົນການເຄື່ອນໄຫວຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍ; ປ່ຽນແປງໃໝ່, ຍົກສູງຄຸນນະພາບການເຄື່ອນໄຫວການທູດຂອງກໍາມາທິການ, ເຂົ້າຮ່ວມການເຄື່ອນໄຫວການທູດຂອງສະພາແຫ່ງຊາດ ແລະຂອງຄະນະປະຈໍາສະພາແຫ່ງຊາດ, ຄົ້ນຄວ້າບົດຮຽນ ແລະຮູບແບບທີ່ດີຂອງສາກົນເພື່ອເປັນເສນາທິການໝູນໃຊ້ຢ່າງເໝາະສົມໃນຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງຫວຽດນາມ...

ໂດຍ: ໄຊນີດາ