leftcenterrightdel
ທ່ານພັນເອກພິເສດ ຫວູແທ່ງວັນ ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານຮ່ວມກອງປະຊຸມ. ພາບ: qdnd.vn.

ສອງຝ່າຍເຫັນດີເປັນເອກະພາບຕໍ່ການຕີລາຄາວ່າ ຜ່ານການຈັດຕັ້ງມາ 8 ຄັ້ງນັ້ນ, ກົນໄກກຸ່ມເຮັດວຽກລວມນັບມື້ນັບສະແດງໃຫ້ເຫັນປະສິດທິຜົນໃນການຊຸກຍູ້ຜັນຂະຫຍາຍການຮ່ວມມືຢ່າງແທດຈິງລະຫວ່າງກອງທັບສອງປະເທດ ໃນໄລຍະຜ່ານມາ, ພິເສດແມ່ນໃນຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ, ຮັກສາປະສິດທິຜົນຂອງກົນໄກຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ອົບຮົມ-ຫັດແອບ, ບໍາລຸງສ້າງ, ທາບທາມຄວາມເຫັນເຊິ່ງກັນແລະກັນໃນບັນຫາຫຼາຍຝ່າຍ. ກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບລາຍງານໃຫ້ການນໍາກະຊວງປ້ອງກັນປະເທດສອງປະເທດສືບຕໍ່ເອົາໃຈໃສ່ຊີ້ນໍາຜັນຂະຫຍາຍແລກປ່ຽນຄະນະຜູ້ແທນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງເພື່ອຊຸກຍູ້ການແລກປ່ຽນ, ແບ່ງປັນທັດສະນະ, ສ້າງຄວາມເຊື່ອໝັ້ນ; ເສີມຂະຫຍາຍປະສິດທິຜົນຂອງກົນໄກຮ່ວມມື, ສຸມໃສ່ການຮ່ວມມືດ້ານການສຶກສາ-ກໍ່ສ້າງ, ຮ່ວມມືລະຫວ່າງເຫຼົ່າທັບ-ເຫຼົ່າຮົບ, ຍູ້ແຮງການຮ່ວມມືດ້ານເສນາຮັກ, ເປັນຕົ້ນແມ່ນໃນການຮັບມືກັບໂລກລະບາດ, ໃນນັ້ນມີພະຍາດໂຄວິດ-19; ສືບຕໍ່ທາບທາມຄວາມເຫັນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສຫຼາຍຝ່າຍ. ສອງຝ່າຍກໍ່ເຫັນດີເປັນເອກະພາບຕໍ່ວຽກງານກະກຽມຈັດຕັ້ງກອງປະຊຸມເຈລະຈານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ-ສິງກະໂປ ຄັ້ງທີ 12 ໃນໄລຍະຈະມາເຖິງ.

ໂດຍ: ຈາງຫງວຽນ