ຢູ່ຮ່າໂນ້ຍ, ເຖິງວ່າວຽກງານຈະຫຼາຍກໍ່ຕາມ, ແຕ່ພົນເອກ ຍາມໃດກໍ່ຈັດເວລາລົງພົບປະ,ໂອ້ລົມ, ຖ່າຍຮູບເປັນທີ່ລະນຶກ, ອໍາລານັກຮົບກອງພົນນ້ອຍ 144, ກົມໃຫຍ່ເສນາທິການ ແລະກອງພັນ 103, ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ. ນີ້ແມ່ນສອງກົມກອງເຮັດໜ້າທີ່ເວນຍາມລາດຕະເວນຮັບປະກັນຄວາມປອດໄພຢູ່ສະຖານທີ່ສໍາຄັນຕ່າງໆຂອງອົງການ, ກົມກອງສັງກັດກະຊວງປ້ອງກັນປະເທດ. ຍ້ອນບໍ່ມີເວລາພົບປະກັບທຸກຄົນໄດ້, ຜ່ານສອງກົມກອງທີ່ຕາງໜ້າໃຫ້ທົ່ວກອງທັບ ແລະລະບົບສື່ມວນຊົນ, ທ່ານພົນເອກ ຟຸ່ງກວາງແທງ ໄດ້ສົ່ງຄໍາຢ້ຽມຢາມຖາມຂ່າວ, ອວຍພອນໃຫ້ນັກຮົບທີ່ໄດ້ປະຕິບັດສໍາເລັດພັນທະກັບຄືນທ້ອງຖິ່ນມີສຸຂະພາບເຂັ້ມແຂງ, ປອດໄພ, ມີຄວາມຜາສຸກ...

ນີ້ແມ່ນບັນດາຮູບພາບທີ່ໃກ້ຊິດສະໜິດໜົມ, ເຕັມໄປດ້ວຍຄວາມຮັກແພງຂອງນາຍພົນຜູ້ໜຶ່ງ, ຜູ້ທີ່ເຄີຍຜ່ານສົງຄາມ, ເຕີບໃຫຍ່ຈາກນັກຮົບ, ສ້າງຜົນງານດີເດັ່ນກາຍເປັນວິລະຊົນກໍາລັງປະກອບອາວຸດປະຊາຊົນກັບພະນັກງານ, ນັກຮົບບັນດາກົມກອງ; ປະຊາຊົນທ້ອງຖິ່ນ ເຊິ່ງພວກເຮົາ ບັນທຶກໄດ້ ແລະກໍ່ແມ່ນທູບທຽນເພື່ອອໍາລາສະຫາຍ ຄັ້ງສຸດທ້າຍ. 

leftcenterrightdel
ພົນເອກ ຟຸ່ງກວາງແທງ ຢ້ຽມຢາມ, ອວຍພອນປີໃໝ່ໝູ່ບ້ານມິດຕະພາບຫວຽດນາມ ໃນວັນທີ 24 ກຸມພາ 2010. ພາບ: qdnd.vn.
leftcenterrightdel
ພົນເອກ ຟຸ່ງກວາງແທງ ຢ້ຽມຢາມ, ໃຫ້ກໍາລັງໃຈນັກຮົບໃໝ່ເຫຼົ່າຮົບສື່ສານ ໃນວັນທີ 21 ເມສາ 2011. ພາບ: qdnd.vn.
leftcenterrightdel
 
leftcenterrightdel
 
leftcenterrightdel
ພົນເອກ ຟຸ່ງກວາງແທງ ມອບລາງວັນຍ້ອງຍໍສັນລະເສີນນັກຮຽນທະຫານດີເດັ່ນທີ່ຮຽນຈົບຢູ່ບັນດາວິທະຍາຄານ, ໂຮງຮຽນກອງທັບ, ປີ 2011 ແລະ 2014. ພາບ: qdnd.vn

leftcenterrightdel
ພົນເອກ ຟຸ່ງກວາງແທງ ມອບລາງວັນເຊີດຊູແມ່ຍິງດີເດັ່ນ, ໃນວັນທີ 8 ມີນາ 2012. ພາບ: qdnd.vn.
leftcenterrightdel
ພົນເອກ ຟຸ່ງກວາງແທງ ໃຫ້ກໍາລັງໃຈນັກຮົບໃໝ່ເຂົ້າເປັນທະຫານຢູ່ເມືອງດານເຟື້ອງ, ຮ່າໂນ້ຍ ໃນວັນທີ 25 ມີນາ 2013. ພາບ: qdnd.vn.
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
ພົນເອກ ຟຸ່ງກວາງແທງ ພົບປະສັງສັນ, ໃຫ້ກໍາລັງໃຈ, ຖ່າຍຮູບເປັນທີ່ລະນຶກ, ອໍາລານັກຮົບກອງພົນນ້ອຍ 144, ກົມໃຫຍ່ເສນາທິການ ແລະກອງພັນ 103, ກອງບັນຊາການທະຫານນະຄອນຫຼວງ ຮ່າໂນ້ຍ ປະຕິບັດສໍາເລັດພັນທະການທະຫານກັບຄືນທ້ອງຖິ່ນ (1-2010 / 1-2016). ພາບ: qdnd.vn.
leftcenterrightdel
ພົນເອກ ຟຸ່ງກວາງແທງ ພົບປະໂອ້ລົມ, ຖ່າຍຮູບເປັນທີ່ລະນຶກກັບແບບຢ່າງດີເດັ່ນທົ່ວກອງທັບໃນການ “ຮໍ່າຮຽນ ແລະປະຕິບັດຕາມແບບຢ່າງຄຸນສົມບັດ ໂຮ່ຈີມິນ”, ໃນວັນທີ 24 ສິງຫາ 2013. ພາບ: qdnd.vn
leftcenterrightdel
ພົນເອກ ຟຸ່ງກວາງແທງ ກັບທະຫານລາດເພດຍິງພາກຕາເວັນອອກສ່ຽງໃຕ້ຢູ່ພາກໃຕ້ ທີ່ແຂວງດ້ຽນບຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນໄຊຊະນະປະຫວັດສາດດ້ຽນບຽນຝູ, ເດືອນ ພຶດສະພາ 2014. ພາບ: qdnd.vn 
leftcenterrightdel
 
leftcenterrightdel
 
leftcenterrightdel
ພົນເອກ ຟຸ່ງກວາງແທງ ຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈກໍາລັງຫຼວງກອງທັບປະຊາຊົນ, ທະຫານລາດກອງຫຼອນຍິງ, ຕໍາຫຼວດປະຊາຊົນ ເຂົ້າຮ່ວມພິທີສວນສະໜາມ, ເດີນຂະບວນສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, ໃນວັນທີ 28 ເມສາ 2015. ພາບ: qdnd.vn
leftcenterrightdel
 
leftcenterrightdel
ພົນເອກ ຟຸ່ງກວາງແທງ ພົບປະໂອ້ລົມ,  ລະດົມກໍາລັງໃຈ,  ມອບຂອງຂວັນທີ່ລະນຶກໃຫ້ພະນັກງານ, ນັກຮົບຄ້າຍທະຫານຊາຍແດນບ້ານເລົາ (ລາວກາຍ) ແລະປະຊາຊົນທ້ອງຖິ່ນໃນວັນທີ 16 ພຶດສະພາ 2015. ພາບ: qdnd.vn

ໂດຍ: ໄຊຊະນະ