ທີ່ການຢ້ຽມຢາມ, ທ່ານພົນເອກ ຟານວັນຢາງ ໄດ້ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະ, ການອຸທິດສ່ວນ, ການປະກອບສ່ວນອັນໃຫຍ່ຫຼວງຂອງນັກຮົບເກົ່າຮຸ່ນຕ່າງໆໃຫ້ພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ກໍຄືໃນພາລະກິດສ້າງສາ, ປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມ. ທ່ານພົນເອກ ຟານວັນຢາງ ໄດ້ແຈ້ງໃຫ້ການນໍາສູນກາງສະມາຄົມນັກຮົບເກົ່າຫວຽດນາມ ຮັບຊາບກ່ຽວກັບຜົນງານ, ໝາກຜົນທີ່ພົ້ນເດັ່ນຂອງກອງທັບໃນໄລຍະຜ່ານມາ, ໂດຍສະເພາະແມ່ນໃນການປະຕິບັດໜ້າທີ່ຝຶກແອບ, ກຽມພ້ອມສູ້ຮົບ; ວຽກງານປັບປຸງການຈັດຕັ້ງ, ພະນັກງານຕາມທິດກະທັດຮັດ, ເຂັ້ມແຂງ, ພິເສດແມ່ນໜ້າທີ່ກອງທັບເຂົ້າຮ່ວມການປ້ອງກັນ, ຕ້ານພະຍາດໂຄວິດ-19; ການເຄື່ອນໄຫວຕອບບຸນແທນຄຸນ, ວຽກງານນະໂຍບາຍ, ແນວຫຼັງກອງທັບ ເຊິ່ງທົ່ວກອງທັບ ກໍາລັງຜັນຂະຫຍາຍການປະຕິບັດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນຂອງກະຊວງປ້ອງກັນປະເທດ ໃຫ້ສູນກາງສະມາຄົມນັກຮົບເກົ່າຫວຽດນາມ. ພາບ: ວັນຈ້ຽນ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ, ທ່ານພົນເອກ ຟານວັນຢາງ ໄດ້ສົ່ງຄໍາຢື້ຢາມຖາມຂ່າວ, ອວຍພອນສຸຂະພາບເຖິງການນໍາ, ພະນັກງານ ແລະນັກຮົບເກົ່າຫວຽດນາມ ທຸກຖ້ວນໜ້າ. ທ່ານ ຫວັງວ່າ ໃນໄລຍະຈະມາເຖິງ, ສະມາຄົມນັກຮົບເກົ່າຫວຽດນາມ ແລະກະຊວງປ້ອງກັນປະເທດ ຈະສືບຕໍ່ຮັກສາການພົວພັນອັນສະໜິດສະໜົມ ແລະດີງາມ; ນັກຮົບເກົ່າຫວຽດນາມ ຮຸ່ນຕ່າງໆຈະສືບຕໍ່ເອົາໃຈໃສ່, ມີການປະກອບສ່ວນອັນລໍ້າຄ່າໃຫ້ແກ່ການພັດທະນາຂອງກອງທັບ ແລະປະເທດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຄະນະປະຕິບັດງານ ແລະການນໍາສູນກາງສະມາຄົມນັກຮົບເກົ່າຫວຽດນາມ. ພາບ: ວັນຈ້ຽນ.

ຕາງໜ້າສະມາຄົມນັກຮົບເກົ່າຫວຽດນາມ, ທ່ານພົນໂທ ຫງວຽນວັນເດືອກ, ປະທານສະມາຄົມນັກຮົບເກົ່າຫວຽດນາມ ກ່າວຄໍາຂອບໃຈຕໍ່ອາລົມຈິດ, ຄວາມເອົາໃຈໃສ່ຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະທ່ານພົນເອກ ຟານວັນຢາງ. ທ່ານ ຢັ້ງຢືນວ່າ ສະມາຄົມນັກຮົບເກົ່າຫວຽດນາມ ຈະສາມັກຄີ, ຢຶດໝັ້ນຄຸນນະທາດ, ຄຸນສົມບັດສິນທໍາປະຕິວັດ, ມູນເຊື້ອອັນດີງາມຂອງທະຫານລຸງໂຮ່ ໃນທຸກເງື່ອນໄຂ, ສະຖານະການ; ສືບຕໍ່ມານະພະຍາຍາມ, ປະກອບສ່ວນຢ່າງແທດຈິງເພື່ອກໍ່ສ້າງກອງທັບປະຊາຊົນຫວຽດນາມ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ທັນສະໄໝ, ປະເທດຊາດນັບມື້ນັບພັດທະນາ, ສີວິໄລ, ຮັ່ງມີສວຍງາມ.

ໂດຍ: ໄຊຊະນະ