leftcenterrightdel
ທ່ານພົນໂທ ຟານວັນຢາງ ຢ້ຽມຢາມກໍາປັ່ນ ໂດຍໂຮງງານ Z189 ອອກແບບ, ປະດິດສ້າງ. ພາບ: ຮວ່າງຮ່າ.

ກ່າວຄຳເຫັນທີ່ການເຮັດວຽກ, ຕາງໜ້າຄະນະພັກການທະຫານສູນກາງ, ການນໍາກະຊວງປ້ອງກັນປະເທດ, ທ່ານພົນໂທ ຟານວັນຢາງ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍຄວາມມານພະຍາຍາມຂອງກົມໃຫຍ່ອຸດສາຫະກໍາປ້ອງກັນຊາດເວົ້າລວມ, ເວົ້າສະເພາະແມ່ນໂຮງງານ Z189, ໄດ້ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກລໍາບາກ, ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບ ມອບໝາຍ, ໂດຍສະເພາະແມ່ນໄດ້ຕັ້ງໜ້າ, ມີຫົວຄິດປະດິດສ້າງໃນການຄົ້ນຄວ້າ, ອອກແບບ, ຜະລິດອາວຸດຍຸດໂທປະກອນປະເພດຕ່າງໆ ຮັບໃຊ້ໜ້າທີ່ຝຶກແອບ, ກຽມພ້ອມສູ້ຮົບຂອງກອງທັບ.

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ກ່າວຄໍາເຫັນຊີ້ນໍາທີ່ການເຮັດວຽກກັບໂຮງງານ Z189. ພາບ: ຮວ່າງຮ່າ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມການເຮັດວຽກ. ພາບ: ຮວ່າງຮ່າ.

ທ່ານລັດຖະມົນຕີ ຟານວັນຢາງ ຮຽກຮ້ອງໃນໄລຍະຈະມາເຖິງ, ການນໍາ, ຜູ້ບັນຊາການ ແລະພະນັກງານ, ກໍາມະກອນ, ພາລະກອນໃນທົ່ວກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ສືບຕໍ່ຊາບຊຶມໜ້າທີ່ຢ່າງເລິກເຊິ່ງ, ຍົກສູງຄວາມຮັບຜິດຊອບ, ຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກລໍາບາກ, ເດັດດ່ຽວປະຕິບັດສໍາເລັດໜ້າທີ່ໄດ້ຮັບມອບໝາຍ.

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ພ້ອມດ້ວຍຄະນະປະຕິບັດງານຖ່າຍຮູບລວມກັບການນໍາ, ຜູ້ບັນຊາການໂຮງງານ Z189. ພາບ: ຮວ່າງຮ່າ.

ທ່ານລັດຖະມົນຕີ ຟານວັນຢາງ ໄດ້ສະຫງວນເວລາແລກປ່ຽນບາງບັນຫາລະອຽດ, ກ່ຽວຂ້ອງໂດຍກົງເຖິງບັນດາຜະລິດຕະພັນປ້ອງກັນຊາດ ໂດຍໂຮງງານ Z189 ກໍາລັງຄົ້ນຄວ້າ, ພັດທະນາ, ຜ່ານນັ້ນເຈາະຈິ້ມບັນດາການກໍານົດທິດໃຫຍ່ເພື່ອໃຫ້ໂຮງງານນັບມື້ນັບປັບປຸງຜະລິດຕະພັນຕາມທິດຍົກຍູງລັກສະນະພິເສດ, ຄຸນປະໂຫຍດ, ພ້ອມທັງຮັບປະກັນ ຄວາມສະດວກສະບາຍ, ຄວາມປອດໄພໃນວິວັດການ ທີ່ທະຫານນໍາໃຊ້. ທ່ານລັດຖະມົນຕີ ຟານວັນຢາງ ເຊື່ອໝັ້ນວ່າ, ດ້ວຍໝາກຜົນທີ່ບັນລຸໄດ້ໃນຊຸມປີຜ່ານມາ, ການນໍາ, ຜູ້ບັນຊາການ ແລະພະນັກງານ, ກໍາມະກອນ, ພາລະກອນໂຮງງານ Z189 ຈະສືບຕໍ່ສາມັກຄີກັນ, ມານະພະຍາຍາມສູ້ຊົນບືນຕົວຂຶ້ນຍາດໄດ້ຜົນງານໃຫ້ຫຼາຍກວ່າອີກ, ປະຕິບັດສໍາເລັດທຸກໜ້າທີ່ໄດ້ຮັບມອບໝາຍ.

ໂດຍ: ໄຊຊະນະ